News

ຖຶກຈັບ 28 ຄົນ ຢູ່ຮ້ານອາຫານຣີສອດ 69

” ພົບຜູ້ມາມົ້ວສຸມ 28 ຄົນ ຢູ່ຮ້ານອາຫານຣີສອດ 69 “

+ ວັນທີ 11 ​ທັນວາ ​2021​ ກອງບັນຊາການ ປກສ​ ເມືອງນາຊາຍທອງ ໄດ້ຮັບແຈ້ງວ່າ: ຮ້ານອາຫານຣີສອດ 69 ບ້ານຫ້ວຍນ້ຳເຢັນ ເມືອງນາຊາຍທອງ​ ນະຄອນຫຼວງວຽງຈັນ​

ລະເມີດຂໍ້ຫ້າມ ແລະ​ ແຈ້ງການເລກທີ 41/ ສພກ.​ນວ ,​ລົງວັນທີ​ 15 ​ພະຈິກ​2021​ ວ່າດ້ວຍການສະກັດກັ້ນ, ​ຄວບຄຸມການແຜ່ລະບາດພະຍາດໂຄວິດ-19. ເຊິ່ງເປັນຮອບທີ 2.

+ ພັທ ບຸນມີ​ ​ກັນຕິຍະວົງ ຮອງຫົວໜ້າກອງບັນຊາກນ ປກສ​ເມືອງນາຊາຍທອງ​ ໃຫ້ຮູ້ວ່າ: ພວກເຮົາ ໄດ້ສົມທົບກັບກອງບັນຊາການທະຫານເມືອງ ນາຊາຍທອງ ພາຍຫລັງໄດ້ຮັບແຈ້ງຄວາມ ລົງກວດກາ​ຮ້ານຣີສອດ 69 ພົບເຫັນຜູ້ມາໃຊ້ບໍລິການ ມົ້ວສຸມສິ່ງມຶນເມົາ 28 ຄົນ ຍິງ​10 ຄົນ​.

+ ໃນນີ້, ຈຳນວນໜຶ່ງກວດປັດສະວະພົບເຫັນສານເສບຕິດໃນຮ່າງກາຍ ແລະ​ ບັ້ງແກັດປຸມເປົ້າ 2 ບັ້ງ,​ ເຊິ່ງເປັນຂອງ ທ້າວ ​ໄພວິສິດ​ ຢູ່ບ້ານຈອມມະນີ ເມືອງໄຊເສດຖາ ນວ ສອບຖາມເບື້ອງຕົ້ນຜູ້ກ່ຽວໃຫ້ການວ່າ ຄັ້ງນີ້ເປັນເທື່ອທີ 2 ແລ້ວທີ່ຕົນລະເມີດ.

ຕໍ່ແຈ້ງການຂອງຂັ້ນເທິງ,​ ເຈົ້າໜ້າທີ່ໄດ້ນຳຕົວພວກກ່ຽວຂຶ້ນມາຫ້ອງການ​ ປກສ​ ເມືອງ ເພື່ອສຶກສາອົບຮົມ ແລະ ນໍໃຊ້ມາດຕະການປັບໃໝ.

ພາບ-ຂ່າວ: ປກສ ນວ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button