News

ທະຫານຖືກໄລ່ອອກແລ້ວ ຍັງມາຕົວະປະຊາຊົນອີກ

ນັກຕົ້ມຕຸ໋ນຄົນນີ້ແມ່ນເປັນພຽງອາດິດທະຫານຊັ້ນສິບຕີທີ່ຖືກວິໄນໄລ່ອອກຈາກກອງທັບແຕ່ປີ2016

ຍອ້ນເລາະຕົວະຕົ້ມປະຊາຊົນໄປທົ່ວທີບ,ປະຈຸບັນຜູ່ກ່ຽວໄດ້ແອບອ້າງເອົາຊຸດທະຫານລະດັບນາຍພັນມາສວມໃສ່ແລະແອບອ້າງເອົານາມສະກຸນຂອງຜູ່ໃຫ່ຍມາໃສ່ແລ້ວ

ຊອກເລາະຕົ້ມຕຸ໋ນເອົາເງີນປະຊາຊົນແລະພະນັກງານຫຼາຍຄົນຕົກເປັນເຫຍື່ອ.ໝໍນີ້ຍັງນາບຂູ່ຂ້າອ້າຍນອ້ງທະຫານຂອງພວກເຮົາອີກດວ້ຍ.ຄະດີໝໍນີ້ມີຫຼາຍ

“ເຕືອນ !ແອບອ້າງ ແລ່ນຄົນເຂົ້າທະຫານ ມີຜູ້ຫຼົງເຊື່ອ ເສຍເງິນເກືອບ 600 ລ້ານກີບ”

ນາຍບ້ານຫນອງແຕ່ງເຫນືອ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໄດ້ເຮັດໃບແຈ້ງຄວາມ ເຖິງເຈົ້າຫນ້າທີ່ ປກສ ນະຄອນຫລວງວຽງຈັນ ໃຫ້ຊ່ວຍຈັບຕົວ.

( ເງິນ ) ຈຳນວນ 592.000.000 ລ້ານກີບ; ເພື່ອຈ່າຍຄ່າເອກະສານ ແລະ ຄ່າຊິ້ນເປືອງ ແລ່ນເອົາຄົນເຂົ້າເປັນທະຫານ ໃນເດືອນກັນຍາ 2021 ແຕ່ມາຮອດເວລາກໍານົດ ແລ້ວບໍ່ໄດ້ເຂົ້າເຮັດວຽກ.

ທ້າວ ຄຳແພງ ບ້ານດອນແດງ ເມືອງຈັນທະບູລີ ( ບໍ່ມີທີ່ຢູ່ຖາວອນ ) ທີ່ແອບອ້າງເປັນທະຫານ ໂດຍສວມໃສ່ຊຸດເຄື່ອງແບບ ເພື່ອເຮັດໃຫ້ຫນ້າເຊື່ອຖື ໄດ້ສໍ້ໂກງຊັບພົນລະເມືອງ.

ດັ່ງນັ້ນ ຜູ້ຈ່າຍເງິນ ຈິ່ງໄດ້ທວງເອົາເງິນຄືນ ແຕ່ຜູ້ກ່ຽວບໍ່ຈ່າຍ ແລະ ເອົາຕົວຫລົບຫນີ.

ຢ່າງໃດກໍຕາມ, ທາງພາກສ່ວນກ່ຽວຂ້ອງ ໄດ້ຮຽກຮ້ອງມາຍັງບໍ່ແມ່ປະຊາຊົນ ຢ່າຫລົງເຊື່ອເດັດຂາດ ກ່ຽວກັບບຸກຄົນ ທີ່ແອບອ້າງເອົາເງິນ ເພື່ອແລ່ນເອົາລູກ, ຫລານ ເຂົ້າ ພະນັກງານ, ທະຫານ ແລະ ຕຳຫລວດ, ດັດຂາດ,

ໃນການທີ່ຈະເຂົ້າເປັນພະນັກງານ, ທະຫານ ແລະ ຕຳຫລວດ ທາງພາກສ່ວນກ່ຽວຂ້ອງ ກໍມີລະບຽບ ຫລັກການ ທີ່ເຂັ້ມງວດ ແລະ ຮັດກຸມ.

ຊົມຄຼິບ.

ຄຼິບ 2

ຂໍ້ມູນ:ເມືອງລາວທັນເຫດການ

https://www.facebook.com/104729200917628/posts/715452859845256/?d=n.

ທີ່ມາ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button