ຕາຢ້ານແທ້! ຄົນຂັບລົດເມ ດື່ມເຫຼົ້າຂາວ ພ້ອມກິນໝາກລໍາໄຍ ສຸດທ້າຍຕື່ນເຊົ້າມາບໍ່ຫາຍໃຈແລ້ວ

ເປັນເຫດການເສົ້າທີ່ເກີດຂຶ້ນຢູ່ປະເທດເພື່ອນບ້ານ ແຕ່ແອັດເຫັນວ່າມັນເປັນເລື່ອງໃກ້ຕົວຄົນລາວເຮົາ ຈຶ່ງຢາກຍົກເລື່ອງນີ້ມາເລົ້່ຕໍ່ໃຫ້ດປັນອຸທາຫອນເຕືອນຄົນທີ່ມັກດື່ມສິ່ງມຶນເມົາທັງຫຼາຍ.ໂດຍເຫດການທີ່ແອັດກໍາລັງຈະເວົ້າເຖິງນີ້ແມ່ນ ເກີດຂຶ້ນເມື່ອວັນທີ 6 ທັນວາ 2021 ໂດຍເຈົ້າໜ້າທີ່ ສພ ແຫຼມມສະບັງ, ອໍາເພີ ສີຣາຊາ ຈັງຫວັດຊົນບູລີ ໄດ້ຮັບແຈ້ງພົບມີຄົນເສຍຊີວິດ.

ນອນຢູ່ພາຍໃຕ້ຊ່ອງມ້ຽນເຄື່ອງພາຍໃນລົດເມ ໂດຍເຫດກເກີດບໍລິເວນທີ່ຈອດລົດເມຄັນດັ່ງກ່າວ.ໃນບ່ອນເກີດເຫດພົບລົດເມ ຮັບສົ່ງຄົນງານ ສີຂາວຈອດຢູ່ ພາຍໃນຊ່ອງເກັບເຄື່ອງພົບຜູ້ເສຍຊີວິດເປັນຊາຍໄວ 39ປີ ເປັນຜູ້ຂັບລົດເມ ຄາດຜູ້ກ່ຽວສິ້ນໃຈມາແລ້ວບໍ່ຕໍ່າກວ່າ 4ຊົ່ວໂມງ.

ສອບຖາມໝູ່ຜູ້ກ່ຽວກ່າວວ່າ ໃນຊ່ວງ 3ວັນຜ່ານມາ ລົດເມໄດ້ຢຸດແລ່ນ ຜູ້ເສຍຊີວິດຈຶ່ງໄດ້ນອນເຝົ້າລົດ ເຊິ່ງກ່ອນເກີດເຫດຊ່ວງເວລາປະມານ 19:00 ໂມງ ຂອງມື້ວານຜ່ານມາ ຜູ້ເສຍຊີວິດໄດ້ດື່ມເຫຼົ້າຂາວ ກ່ອນຈະກິນໝາກລໍາໄຍລົງໄປ ແລະ ເຂົ້າໄປນອນຕາມປົກກະຕິ ຈົນກະທັງຫຼ້າສຸດມາພົບສະພາບເປັນແບບນີ້ແລ້ວ.

ເບື້ອງຕົ້ນເຈົ້າໜ້າທີ່ ໄດ້ເຂົ້າກວດສອບໃນທີ່ເກີດເຫດ ພ້ອມສອບປາກຄໍາພະຍານທີ່ຢູ່ໃນເຫດການ ທັ້ງນີ້ ເຈົ້າໜ້າທີ່ສັນນິຖານວ່າໜ້າຈະຜົນມາຈາກຜູ້ກ່ຽວດື່ມເຫຼົ້າຂາວແລ້ວກິນໝາກລໍາໄຍຕາມ ປະກອບກັບສະພາບອາກາດໃນຊ່ວງນີ້ໜາວເຢັນ ສົ່ງຜົນໃຫ້ຮ່າງກາຍທົນບໍ່ໄຫວ ຈົນເຮັດໃຫ້ຜູ້ກ່ຽວເສຍຊີວິດ.

Related Posts

Leave a Reply

Your email address will not be published. Required fields are marked *