🙏ຊ່ວຍແຊ໌ຣ ຊ່ວຍບໍລິຈາກສົມທົບກິນທານມ້ຽນຄາບສົງສະການໃຫ້ກັບນ້ອງ2ຄົນທີ່ເສຍຊີວິດ ແລະ ຄ່າຮັກສານ້ອງທີ່ຍັງນອນບາດເຈັບຢູ່ໂຮງໝໍດ້ວຍເທີນ🙏

ບ້ານໃໝ່ ເມືອງສີໂຄດ ນະຄອນຫຼວງວຽງຈັນ ສຳລັບຂໍ້ມູນເບື້ອງຕົ້ນໃນວັນທີ10 8 2021 ນ້ອງສອງຄົນຕົກນ້ຳເສຍຊີວິດ(ນ້ຳຂອງ) ແມ່ໄປຮັບຈ້າງເຮັດອານາໄມຢູ່ຊັ່ງຈ່ຽງ ນ້ອງສອງຄົນພັກຮຽນໃນຊ່ວງໂຄວິດຈິ່ງພາກັນໄປຍ່າງເລາະເກັບຜັກຢູ່ແຖວແຄມນ້ຳຂອງ ໂດຍໄປນຳກັນ3ຄົນ.

ເສຍຊີວິດ2ຄົນ ຄົນທີ1ແມ່ນ ນາງ ກີ່ອາຍຸ10ປີ ຄົນທີ2ແມ່ນນາງເອີນອາຍຸ6ປີ ສ່ວນຜູ້ທີ3ແມ່ນຕອນນີ້ແມ່ນອາການສາຫັດນອນຢູ່ໂຮງໝໍມະໂຫສົດ ຈົນເວລາ16:20ນາທີແມ່ກັບມາຈິ່ງຊອກຫາລູກຈິ່ງໄປເຫັນ ທ່ານໄດໃຈບຸນຕ້ອງການບໍລິຈາກ
ຊ່ວຍເຫຼືອກິນທານນ້ອງໄດ້ເລີຍ🙏ຄອບຄົວແມ່ນທຸກຍາກລຳບາກຫຼາຍ🙏

———————————————————————-🙏
ມື້ນີ້ທາງທີມງານມູນນິທິຊ່ວຍເຫຼືອຄົນທຸກຍາກພວກເຮົາໄດ້ຊ່ວຍມ້ຽນຄາບສົງສະການຕາມຮີດຄອງປະເພນີບ້ານເມຶອງແລະ ຕາມຄໍາຂໍຮ້ອງທຸກຈາກຄອບຄົວເພີ່ນ ເຫັນແລ້ວກະອີຕົນ😰😰

ແລະ ຂໍຂອບໃຈ ບັນດາທ່ານທີ່ໃຈບຸນຊ່ວຍເຫຼືອ ແລະ ໃຫ້ກຳລັງໃຈແກ່ທີມງານພວກເຮົາ
🙏🙏🙏ຖ້າບໍ່ຊ່ວຍຫຍັງກະຂໍໃຫ້ທຸກທ່ານຈົ່ງຊ່ວຍແຊຣ ໃຫ້ຜູ່ເພີ່ນໃຈບຸນໄດ້ຊ່ວຍຄອຍຄົວຂອງແມ່ນ້ອງ, ໃຫ້ກຳລັງໃຈພວກເຮົາ ແລະ ຫຼານນ້ອຍ ດ້ວຍເທີນ 🙏🙏🙏

#ເຄດມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປລາວ ນະຄອນຫຼວງ
#ຈ່າຍສົບທົບກິນທານຊ່ວຍແມ່ນ້ອງ😅✌
