ຜູ້ບາດເຈັບສາຫັດ1ຄົນ, ເສຍຊີວິດຄາທີ01ຄົນ.

ໃນວັນທີ່ 07 ທັນວາ 2021 ເວລາ21:25ນາທີ ໄດ້ຮັບແຈ້ງຈາກປະຊາຊົນຜ່ານເບີ 071 1625 ວ່າມີອຸບັດຕິເຫດ ຢູ່ບ້ານນາເມືອງ ເສັ້ນທາງພູເກົ້າຫຼັກ ເມືອງນານ ແຂວງຫລວງພະບາງ ເມື່ອຫນ່ວຍກູ້ຊີບອົງການກາແດງລາວກວດສອບພົບຜູ້ບາດເຈັບ1ຄົນ ເພດຍິງ ແລະເສຍຊີວິດຄາທີ01ຄົນ ເພດຊາຍ.

+ຜູ້ບາດເຈັບ ມີບາດແຜຈີີກຢູ່ຕາມໃບໜ້າ,ເລືອດອອກດັງ,ເລືອດອອກປາກ ແລະ ແຂນຫັກປິດເບື້ອງຊ້າຍ (ບໍ່ມີສະຕິ)
-ຈຶ່ງໄດ້ປະຖົມພະຍານ ແລ້ວນຳສົ່ງໂຮງໝໍແຂວງຫລວງພະບາງ.

+ຜູ້ເສຍຊິວິດ ຊື່ທ້າວ ໂອລຳ ແກ້ວມະນີວົງ ບ້ານ ຄຳຮຸ່ງ ນະຄອນຫລວງ (ຍັງບໍ່ຮູ້ຍາດຕິພີ່ນ້ອງ)
ດັ່ງນັ້ນທາງທີມງານຫນ່ວຍກູ້ຊີບອົງການກາແດງລາວຈື່ງໄດ້ທຳການຫໍ່ສົບແລ້ວນຳສົ່ງໂຮງເຢັນໂຮງໜໍແຂວງ.ເພື່ອຕິດຕໍ່ໃຫ້ຍາດພີ່ນ້ອງມາຮັບເພືອເຮັດພິທີຕາມສາສະຫນາ

ທາງທີມງານຫນ່ວຍກູ້ຊີບອົງການກາແດງລາວ ຂອງພວກເຮົາຂໍສະແດງຄວາມເສຍໃຈມາຍັງຍາດຕິພີ່ນ້ອງຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິດ້ວຍເທີ້ນນນນນນ…🙏🙏🙏🙏