ບຸກຄົນໃດທີ່ມີເງື່ອນໄຂອະນຸຍາດໃຫ້ປິ່ນປົວຢູເຮືອນ ແລະ ຕ້ອງປະຕິບັດໂຕແນວໃດ ? ອ່ານຕາມນີ້ເລີຍ

ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານວ່າ ຕໍ່ສະພາບການລະບາດທີ່ກຳລັງປະເຊີນໃນປັດຈຸບັນ ພັກ ແລະ ລັດຖະບານ ໄດ້ຈັດສັນໂຮງໝໍພາກສະໜາມຂື້ນຢູ່ຫຼາຍແຫ່ງ,ນຳໃຊ້ໂຮງແຮມເປັນສູນປີ່ນປົວສຳລັບຜູ້ມີເງື່ອນໄຂ.

ລວມທັງການອະນຸຍາດໃຫ້ປິ່ນປົວຢູ່ກັບເຮືອນສຳລັບຜູ້ທີ່ມີເງື່ອນໄຂ ຜູ້ທີ່ບໍ່ມີອາການສະແດງ ຫຼື ມີອາການເບົາບາງ ເທົ່ານັ້ນ, ແລະ ສຳຄັນທີ່ສຸດ ຕ້ອງໄດ້ຮັບການສັກວັກຊີນຄົບ, ບໍ່ມີພະຍາດປະຈໍາໂຕ, ບໍ່ແມ່ນຜູ້ສູງອາຍຸ, ບໍ່ຖືພາ, ບຸກຄົນເລົ່ານີ້ຕ້ອງປະຕິບັດໂຕດັ່ງນີ້.

ຕ້ອງມີຫ້ອງນອນ ແລະ ຫ້ອງນໍ້າໃຊ້ສະເພາະຕົນເອງ, ຕິດຕາມອາການຕົນເອງ,ບໍ່ໃຫ້ໃຊ້ສິ່ງຂອງຮ່ວມກັນ.

ຕ້ອງໃສ່ຜ້າປິດປາກ-ດັງ ຖ້າທ່ານມີອາການຮຸນແຮງ ເຊັ່ນ ຫາຍໃຈຍາກ ແມ່ນໃຫ້ໂທຫາແພດ ເບີ 164 ຫຼື ແຈ້ງອຳນາດການປົກຄອງບ້ານທັນທີ.

Related Posts

Leave a Reply

Your email address will not be published. Required fields are marked *