ແຈ້ງການ ເຖິງ: ແຮງງານລາວ ທີ່ເຮັດວຽກຢູ່ບັນດາບໍລິສັດ ແລະ ຫ້າງຮ້ານ ພາຍໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ເລື່ອງ: ການລົງທະບຽນກັບບ້ານ ຂອງແຮງງານລາວ ທີ່ເຮັດວຽກຢູ່ພາຍໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ.

ກະຊວງແຜນການແລະການລົງທຶນ ຫ້ອງການສົ່ງເສີມແລະຄຸ້ມຄອງເຂດເສດຖະກິດພິເສດ ຄະນະຄຸ້ມຄອງ ເຂດເສດຖະກິດພິເສດ ແຂວງບໍ່ແກ້ວເລກທີ່926/ກຂສພ ບໍ່ແກ້ວ,ວັນທີ່07ທັນວາ2021.

– ອີງຕາມ ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງ ແລະ ນະ ຄອງຫຼວງ ສະບັບເລກທີ 1971/ກຜທ, ລົງວັນທີ 15 ສິງຫາ 2018.

ຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງບໍ່ແກ້ວ(ຄຂສພ.ບກ) ຂໍແຈ້ງມາຍັງແຮງງານລາວ ທີ່ເຮັດວຽກຢູ່ບັນດາ ບໍລິ ສັດ ແລະ ຫ້າງຮ້ານ ພາຍໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ຊາບວ່າ:

ບຸກຄົນໃດຕ້ອງການກັບຄືນບ້ານ ແມ່ນໃຫ້ລົງທະບຽນ ນໍາຄະນະຮັບຜິດຊອບ ຂອງຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງບໍ່ແກ້ວ ພຽງເທົ່ານັ້ນ, ການລົງທະບຽນແມ່ນຈະບໍ່ມີຄ່າໃຊ້ ຈ່າຍຫຍັງທັງນັ້ນ ແລະ ຂໍຮ້ອງມາຍັງທຸກຄົນບໍ່ໃຫ້ຫລົງເຊື່ອຄໍາຕົວະຍົວະຫຼອກລວງເອົາເງິນຄ່າລົງທະບຽບຢ່າງເດັດຂາດ.

ການລົງທະບຽນແມ່ນລົງຕາມວັນເວລາລັດຖະການ ວັນຈັນ – ວັນສຸກ ເວລາ: ຕອນເຊົ້າ 8:00-12:00ໂມງ, ຕອນບ່າຍ 13:30-16:30 ໂມງ ແລະ ປະກອບຂໍ້ມູນລຸ່ມນີ້:
1. ຊື່ ແລະ ນາມສະກຸນ.
2. ໃບສັກວັກຊິນ.
3. ທີ່ຢູ່ປະຈຸບັນ: ບ້ານ,ເມືອງ,ແຂວງ.
4. ເລກບັດປະຈໍາຕົວ ຫລື ປື້ມສໍາມະໂນຄົວ.
5. ຊື່ບໍລິສັດ.
6. ບ່ອນພັກເຊົາປະຈຸບັນ, ເບີຫ້ອງນອນ ແລະ ຖ່າຍຮູບຕຶກ7. ເບີຕິດຕໍ່ຂອງຕົນເອງ ແລະ ຖ່າຍຮູບຕົ້ນເອງ; ແລ້ວສົ່ງໄປໃຫ້ຄະນະຮັບຜິດຊອບຂອງ ຄະນະຄຸ້ມຄອງ ເຂດເສດຖະກິດ ແຂວງບໍ່ແກ້ວ ເຊິ່ງມີລາຍຊື່ ແລະ ເບີຕິດຕໍ່ດັ່ງລຸ່ມນີ້:

+ ສໍາລັບຄົນພາຍໃນແຂວງບໍ່ແກ້ວ ທ່ານ ວັນນະສິນ ພິມມະຫາ ເບີໂທ ແລະ ແອັບ 020 22882068 ສໍາລັບຄົນຕ່າງແຂວງ. ທ່ານ ນາງ ສຸກສາຄອນ ທໍາມະວົງເບີໂທ ແລະ ແອັບ 020 29122234 ດັ່ງນັ້ນ,ຈຶ່ງແຈ້ງມາເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.

.
