ຂ່າວດ່ວນ ມ້າງຄະດີຢາລາຍໃຫຍ່ ກາງນະຄອນຫລວງວຽງຈັນ​

ເວລາປະມານ 1:30 ໂມງຂອງວັນທີ 6 ທັນວາ 2021, ປກສ ເມືອງຫາດຊາຍຟອງ ນະ ຄອນຫຼວງວຽງຈັນ ບຸກກວດຄົ້ນເຮືອນຂອງທ້າວ ກ໋ອບ ອາຍຸ 20 ປີ ຢູ່ບ້ານຖິ່ນແທ່ນ ພາຍຫຼັງໄດ້ຮັບແຈ້ງຈາກພາກສ່ວນທີ່ກ່ຽວຂ້ອງ. ໃນນັ້ນ, ພົບເຫັນຢາເຮໂຣອິນ 200 ແທ່ງ ແລະ ຢາໄອສ໌ 400 ຖົງ, ສ່ວນພວກຮ່ວມຂະບວນການເອົາຕົວຫຼົບໜີ.

ພັທ ວຽງທອງ ຜາງພິລະວົງ ຫົວໜ້າກອງບັນຊາການ ປກສ ເມືອງຫາດ ຊາຍຟອງ ເປີດເຜີຍວ່າ: ໃນກາງເດືອນພະຈິກ 2021 ໄດ້ຮັບແຈ້ງ ມີກຸ່ມຄົນບໍ່ດີມີການເຄື່ອນໄຫວຄ້າຂາຍ-ຂົນສົ່ງຢາເສບຕິດ ຢູ່ບ້ານຖິ່ນແທ່ນ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈາກນັ້ນ ລົງມ້າງເປົ້າ ໝາຍຂົນ-ສົ່ງຢາເສບຕິດດັ່ງກ່າວ ສາມາດ ທ້າວ ກ໋ອບ ພ້ອມຂອງກາງຢາເສບຕິດຈໍານວນ 12 ເປົາ ໂດຍມີຢາເສບຕິດປະເພດເຮໂຣອິນ ຈໍານວນ 2 ເປົາ ມີ 200 ແທ່ງ, ຢາໄອສ໌ ຈໍານວນ 10 ເປົາ ມີ 400 ຖົງ ແລະ ລົດກະບະ ຍີຫໍ້ວີໂກ້ແຊັມ ສີຂາວ ປ້າຍທະບຽນ ກກ O655 ກໍາແພງນະຄອນ.

ທ້າວ ກ໋ອບ ວິພົງໄຊ ສາລະພາບວ່າ: ໃນວັນທີ 5 ທັນວາ ເວລາ 19:00 ໂມງ ທ້າວ ຕໍ້າ ອາຍຸ 34 ປີ ຢູ່ບ້ານຖິ່ນແທ່ນ ໄດ້ໂທລະສັບມາຫາຕົນເອງ ບອກວ່າຈະເອົາຢາເສບຕິດຈໍານວນ 12 ເປົາ ໄປຝາກໄວ້ເຮືອນເພື່ອຈະຂົນຂ້າມໄປສົ່ງຝັ່ງໄທ; ເຊິ່ງຈຸດຂົນລົງແມ່ນແຄມທ່າຫຼັງເຮືອນຂອງຕົນເອງ ໂດຍຈະໃຫ້ຄ່າຈ້າງ 5.000 ບາດ.

ເມື່ອຮອດເວລາ 21:00 ໂມງຂອງວັນດຽວກັນ ທ້າວ ຕໍ້າ ຈຶ່ງໄດ້ຂັບຂີ່ລົດກະບະຍີ່ຫໍ້ໂຕໂຍຕ້າວິໂກ້ ສີຂາວ ປ້າຍ ທະບຽນ ກກ 0655 ກໍາແພງນະຄອນ ຂົນຢາເສບຕິດມາຫາຢູ່ເຮືອນ ແລະ ໃນເວລາດັ່ງກ່າວ, ກໍເຫັນທ້າວ ເປ້ ອາຍຸ 32 ປີ ຢູ່ບ້ານຖິ່ນແທ່ນ ຂັບຂີ່ລົດຈັກ ເວບ100 ສີຂຽວ ບໍ່ຈື່ປ້າຍທະ ບຽນ ມານໍາຫຼັງ ເພື່ອພາກັນຂົນຢາເສບຕິດລົງຈາກລົດຂອງທ້າວ ຕໍ້າ ແລະ ພາຍຫຼັງທີ່ຂົນລົງແລ້ວ ກໍນໍາໄປຊຸກເຊື່ອງໄວ້ຢູ່ຂ້າງຄອກໄກ່ຂ້າງເຮືອນຂອງຕົນ ໂດຍໄດ້ເອົາເຟືອງມາປົກໄວ້ ເພື່ອລໍຖ້າຂົນສົ່ງຂ້າມໄປຝັ່ງໄທ.

ເມື່ອທີ່ຂົນຢາເສບຕິດແລ້ວ, ທ້າວ ເປ້ ກໍກັບເມືອເຮືອນ ສ່ວນທ້າວ ຕໍ້າ ແລະ ຕົນເອງ ແມ່ນພາກັນນັ່ງຝີງໄຟຢູ່ຫຼັງເຮືອນດັ່ງກ່າວ ເມື່ອຮອດເວລາປະມານ 2:00 ໂມງຂອງມື້ຕໍ່ມາ ໃນຂະ ນະທີ່ພວກກ່ຽວກໍາລັງຝີງໄຟ ເພື່ອລໍຖ້າຂົນ-ສົ່ງຢາເສບຕິດຂ້າມໄປສົ່ງຝັ່ງໄທນັ້ນ ຈຶ່ງຖືກເຈົ້າໜ້າທີ່ຕໍາຫຼວດເຂົ້າ ມາຈັບຕົວທ້າວ ກ໋ອບ ພ້ອມຂອງກາງຢາເສບຕິດປະເພດເຮໂຣອິນ ຈໍານວນ 2 ເປົາ ມີ 200 ແທ່ງ ແລະ ຢາໄອສ໌ ຈໍານວນ 10 ເປົາ ມີ 400 ຖົງ ສ່ວນທ້າວ ຕໍ້າ ແມ່ນໄດ້ເອົາຕົວຫລົບໜີ.

Related Posts

Leave a Reply

Your email address will not be published. Required fields are marked *