ຂ່າວດີ.! ບໍລິສັດ ເຄເອັນ ວຽງຈັນ ປະກາດຮັບສະໝັກພະນັກງານ ຫຼາຍຕຳແໜ່ງ ເງິນເດືອນ ເລີ່ມຕົ້ນ 2,500,000 ກີບ ຫາ 4,000,000 ກີບ ຕໍ່ເດືອນ

ບໍລິສັດ ເຄເອັນ ວຽງຈັນ ກຣຸບ ຈຳກັດ KNVIENTIANE GROUP CO.,LTD

ຖະໜົນທ່າເດື່ອ, ບ້ານດົງໂພສີ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ, ສປປ ລາວ

ນະຄອນຫຼວງວຽງຈັນ, ວັນທີ 15 ເດືອນ 11 ປີ 2021

ປະກາດຮັບສະໝັກພະນັກງານ

ກຸ່ມບໍລິສັດ ເຄເອັນ ວຽງຈັນກຣຸບ ຈຳກັດ ແມ່ນວິສາຫະກິດທຳອິດຂອງຫວຽດນາມລົງທຶນຢູ່ລາວໃນແງ່ທຸລະກິດ ກ໋ອຟແລະ ອະສັງຫາລິມະສັບ, ປັດຈຸບັນ ກຸ່ມບໍລິສັດພວກເຮົາມີຄວາມຮຽກຮ້ອງຕ້ອງການຮັບສະໝັກພະນັກງານຄືດັ່ງນີ້:

I. ຕຳແໜ່ງງານທີ່ຕ້ອງການຮັບສະໝັກ

1. ຕຳແໜ່ງຮັບສະໝັກ: ຫົວໜ້າໜ່ວຍບຳລຸງຮັກສາສະໜາມກ໊ອຟ

ຈຳນວນ: 01 ຄົນ

ວຽກງານທີ່ຈະໄດ້ເຮັດ ຄຸ້ມຄອງ, ນຳພາໃນການເຮັດວຽກບຳລຸງຮັກສາສະໜາມກ໊ອຟ

ຄວາມຮຽກຮ້ອງຕ້ອງການ:

-ເພດຊາຍ ອາຍຸ 25 ປີ ຂື້ນໄປ

ຈົບຊັ້ນກາງຂື້ນໄປ ໃນສາຂາການກະເສດ – ກະສິກຳ (ຕ້ອງສາມາດເວົ້າ ແລະ ຂຽນພາສາຫວຽດນາມ)

– ບຸລິມະສິດ: ຖ້າມີປະສົບການໃນການເຮັດວຽກດ້ານນີ້ມາກ່ອນ ຈະພິຈາລະນາເປັນພິເສດ

ສະຖານທີ່, ເວລາເຮັດວຽກ ແລະ ລາຍໄດ້

– ສະຖານທີ່ເຮັດວຽກ: ສະໜາມກ໋ອຟ ລອງແທ່ງ – ວຽງຈັນ ( Km 17 )

– ເວລາເຮັດວຽກ; ວັນຈັນ ຫາ ວັນເສົາ

ເງິນເດືອນ : ມີລາຍຮັບແຕ່ 2,500,000 ກີບ ຫາ 4,000,000 ກີບ ຕໍ່ເດືອນ

2. ຕຳແໜ່ງຮັບສະໜັກ: ຫົວໜ້າໜ່ວຍສ້ອມແປງສະໜາມກ໊ອຟ

ວຽກງານທີ່ຈະໄດ້ເຮັດ ຄຸ້ມຄອງ, ນໍາພາໃນການເຮັດວຽກສ້ອມແປງສະໜາມກ໊ອຟ

ຈຳນວນ: 01 ຄົນ

ຄວາມຮຽກຮ້ອງຕ້ອງການຊາຍ

– ເພດ ຊາຍ

– ອາຍຸ 25 ປີ ຂື້ນໄປ

– ລະດັບການສຶກສາ:

ຈົບຊັ້ນກາງຂຶ້ນໄປ ໃນສາຂາກໍ່ສ້າງ (ຕ້ອງສາມາດເວົ້າ ແລະ ຂຽນພາສາຫວຽດນາມ)

– ບຸລິມະສິດ: ຖ້າມີປະສົບການໃນການເຮັດວຽກດ້ານນີ້ມາກ່ອນ ຈະພິຈາລະນາເປັນພິເສດ

ສະຖານທີ່, ເວລາເຮັດວຽກ ແລະ ລາຍໄດ້:

– ສະຖານທີ່ເຮັດວຽກ: ສະໜາມກອຟ ລອງແທງ – ວຽງຈັນ ( Km 17 )

– ເວລາເຮັດວຽກ ວັນຈັນ ຫາ ວັນເສົາ

ເງິນເດືອນ : ມີລາຍຮັບແຕ່ 2,500,000 ກີບ ຫາ 4,000,000 ກີບ ຕໍ່ເດືອນ

3. ຕຳແໜ່ງຮັບສະໝັກ: ພະນັກງານສ້ອມແປງລົດໃຫຍ່ – ລົດໄຟຟ້າວຽກງານທີ່ຈະໄດ້ເຮັດ: ສ້ອມແປງລົດກ໊ອຟ (ລົດໃຫຍ່ – ລົດໄຟຟ້າ)ຄວາມຮຽກຮ້ອງຕ້ອງການ.

ຈຳນວນ: 01 ຄົນ

– ເພດ ຊາຍ

– ອາຍຸ 22 ປີ ຂື້ນໄປ

– ບຸລິມະສິດ: ຖ້າມີປະສົບການໃນການແປງລົດຈັກ, ລົດໃຫຍ່ມາກ່ອນ ຈະພິຈາລະນາເປັນພິເສດ

ສະຖານທີ, ເວລາເຮັດວຽກ ແລະ ລາຍໄດ້.- ສະຖານທີ່ເຮັດວຽກ: ສະໜາມກ໋ອຟ ລອງແທ່ງ – ວຽງຈັນ ( Km 17 )

– ເວລາເຮັດວຽກ: ວັນຈັນ ຫາ ວັນເສົາ

ລາຍໄດ້ : ມີລາຍຮັບແຕ່ 2,500,000 ກີບ ຫາ 3,000,000 ກີບ ຕໍ່ເດືອນ

+ ເວລາຮັບສະໝັກພະນັກງານ – ເລີ້ມຮັບເອກະສານ ແຕ່ວັນທີ 15/12/2021 ຫາວັນທີ 30/12/2021ສະຖານທີ່ຮັບເອກະສານ: ຢູ່ທີ່ປ້ອມຍາມ ປະຕູໂຂງ ຫຼືວ່າ ປະຕູນ້ອຍ ຂອງສະໜາມກ໊ອຟ ລອງແທ່ງKm17 ທ່າເດືອ – ບ້ານດົງຄຳຊ້າງ – ເມືອງຫາດຊາຍຟອງ – ນະຄອນຫຼວງວຽງຈັນ

+ ເອກະສານຕ້ອງປະກອບມີ:

ໃບຄຳຮ້ອງຂໍສະໝັກວຽກ (01 ສຸດ)

ຊີວະປະຫວັດຫຍໍ້ (01 ຊຸດ)

ໃບຮັບປະກັນ (01 ຊຸດ)

ໃບຢັ້ງຢືນທີ່ຢູ່ (01 ຊຸດ)

ໃບປະກາດ + ໃບຄະແນນ (01 ຊຸດ coppy)

ບັດປະຈຳຕົວ(01 ຊຸດ coppy)

ສຳມະໂນຄົວ (01 ຊຸດ coppy)

ຂໍຂອບໃຈ

ເບີໂທຕິດຕໍ່: 020 288 488 68

ທີ່ມາ: ຍັງບໍ່ໄດ້ພະນັກງານ

Related Posts

Leave a Reply

Your email address will not be published. Required fields are marked *