
#ຄົນທີ່ເກີດອາທິດເປັນຄົນມັກສ້າງກຳແພງ ເຮັດເປັນຍິ່ງແຕ່ຈິ່ງໃຈເປັນຄົນງ່າຍບໍ່ມີຜິດບໍ່ມີໄພກັບໃຜເປັນຄົນຍິ້ມແຍ່ມແຈ່ມໃສໄດ້ທຸກສະຖານະການເຖິ່ງແມ້ວ່າຕົວເອງຈະທຸກຢູ່ກໍຕາມ ເກັບຄວາມຮູ້ສຶກເກັ່ງ ໂກດໂມໂຫນ້ອຍໃຈກໍຈະບໍ່ຄ່ອຍເວົ້າອອກມາ ຊື່ຕົງມັກອິດສະຫຼະບໍ່ມັກໃຫ້ໃຜມາບັງຄັບໃຫ້ເຮັດໃນສິ່ງທີ່ບໍ່ຢາກເຮັດ ຖ້າຢາກເຮັດຫຍັງກໍຈະເຮັດເອງບໍ່ຕ້ອງໃຫ້ໃຜມາສັ່ງ ເປັນຄົນທີ່ຖ້າເຈີ້ຄົນທີ່ຖືກໃຈຈະຮັກຫລາຍ ແລະ ທຸ່ມເທຈົນເກີນເຫດຜົນ ເຮັດໃຫ້ອີກຝ່າຍເບິ່ງວ່າເຮົາເປັນຄົນນ່າເບື່ອ,ຖ້າອົກຫັກຈະຈົ່ມຢູ່ກັບຄວາມຮັກເກົ່າໆ ແບບມີຮັກຝັ້ງໃຈບໍ່ມີລືມ ຕ່າງບາງເລື່ອງເປັນຄົນຂີ້ລືມເລື່ອຍໆຄືກັບຄົນເຖົ້າ
#ຄົນທີ່ເກີດວັນຈັນນິໄສຄືກັບເດັກນ້ອຍຢາກຮູ້ຢາກເຫັນໄປຫມົດ ກ້າໄດ້ ກ້າເສຍ ແຖມເຈັບແລ້ວບໍ່ຮູ້ຈັກຈຳອີກດ້ວຍມັກກັບໄປເຮັດຊໍ້າໆແລ້ວກໍເຈັບອີກ ລວມໄປເຖິ່ງເລື່ອງຄວາມຮັກເປັນຄົນທີ່ເວົ້ານ້ອຍກັບຄົນທີ່ບໍ່ສະນິດຈົນບາງຄັ້ງຫາວ່າຍິ່ງ ແຕ່ແທ້ແລ້ວຕອນຢູ່ກັບຫມູ່ເປັນຄົນຊ່າງເວົ້າຊ່າງຈາ ມັກອິດສະຫຼະຫລາຍກວ່າຄົນມາຄ່ອຍຄວບຄຸມ ເວລາຮັກໃຜຈະຮັກຫມົດໃຈແບບຫນ້າມືດແຕ່ມົ່ວຈຶ່ງມັກຖືກຮັກຫລອກໆຫຼືຮັກເອົາປຽບຢູ່ສະເໝີ ເປັນທີ່ປຶກສາບັນຫາຄົນອື່ນໄດ້ແຕ່ເລື່ອງຕົວເອງກັບເອົາບໍ່ຫລອດ ບໍ່ມັກໃຫ້ໃຜມາຈຸກຈິກຫຼຶ ຖາມເວລາໄປໃສ່ມາໃສ່ ຄືບໍ່ຕ້ອງການໃຫ້ຖາມ ຖ້າຢາກຈະບອກກໍຈະບອກເອງ.
#ວັນທີ່ເກີດອັງຄານເບິ່ງພາຍນອກຄືແບບຍິ່ງໆ ແຕ່ທີ່ຈິ່ງແຄ່ເວົ້າບໍ່ຄ່ອຍເກັ່ງກັບຄົນບໍ່ສະນິດ ຮັກຈິ່ງ ຖ້າໄດ້ຊັງກໍຈະຊັງແບບບໍມີລິມິດ ຖ້າໄດ້ຮັກກໍຈະຮັກແບບບໍເພື່ອໃຈ ແຕ່ຖ້າໃຜເຮັດໃຫ້ເສຍຄວາມຮູ້ສຶກ ຫຼຶ ທຳຮ້າຍເຂົາກ່ອນ ກໍຕຽມຮັບບົດຮຽນໄດ້ເລີຍ ເປັນຄົນມີສະເໜ່ ເຮຮ່າ ສົດໃສ ຕົງໄປຕົງມາ ເປັນຄົນຄິດຫລາຍມັກເກັບເລື່ອງແຍ່ໆໄວ້ຄົນດຽວ ຄົນອື່ນບໍ່ຄ່ອຍຮູ້ ກັ້ນນ້ຳຕາເກັ່ງ ຫລາຍຄັ້ງທີ່ມັກຮ້ອງໄຫ້ຄົນດຽວ ເລື່ອງຄວາມຮັກທຸ່ມເທສຸດຕົວ ແພ້ຄົນຂີ້ອ້ອນໃສ່ໃຈເກັ່ງ ຊັງຄົນຂີ່ຕົວະ ແລະ ເຫັນແກ່ຕົວທີ່ສຸດ.
#ຄົນທີ່ເກີດວັນພຸດບ້າໆ ບໍໆ ຄືກັບຄົນຕິ່ງຕ໋ອງ ເວລາຢູ່ກັບຫມູ່ເພື່ອນເວົ້າເກັ່ງ ແຕ່ກັບຄົນອື່ນຈະນິ່ງໃສ່ຈົນບາງຄົນຄິດວ່າເຂົາຍິ່ງ ເປັນຄົນຂີ່ນ້ອຍໃຈ ແຕ່ບໍ່ມີໃຜຮູ້ເພາະເຂົາເລືອກທີ່ຈະງຽບ ແຕ່ຈະສະແດງອາການອອກມາທາງການກະທຳແທນ ເປັນຄົນເວົ້າຕົງໄປຕົງມາຮັກກໍຄືກັນ ຊັງກໍຄືຊັງ ຂີ້ສົງສານມັກຊ່ວຍເຫລືອຄົນຈົນບາງຄັ້ງເຮັດໃຫ້ຕົວເອງລຳບາກ ແທ້ແລ້ວເປັນຄົນຂີ້ເລ່ນ ແຕ່ຖ້າເລື່ອງໃດບໍ່ສະບາຍໃຈເມື່ອໃດຄົນອື່ນຈະບໍ່ມີທາງຮູ້ເລີຍເພາະເຂົາເລືອກທີ່ຈະງຽບ ຫຼຶ ເກັບໄປລະບາຍຄົນດຽວ ເລື່ອງຄວາມຮັກຖ້າຮັກໃຜເຂົ້າຈະຈິ່ງຈັງທີ່ສຸດ ນີ້ລະເຮັດໃຫ້ອີກຝ່າຍເຂົາລຳຄານ.
#ຄົນທີ່ເກີດວັນພະຫັດເປັນຄົນຕົງໆ ໂກດງ່າຍຫາຍໄວ້ ມັກຄົນອື່ນງ່າຍ ແຕ່ຮັກຍາກ ແຕ່ຖ້າໄດ້ຮັກກໍຈະຮັກບໍ່ເພື່ອໃຈ ເຮັດໃຫ້ເວລາຖືກຖີ້ມນັ້ນເສີຍໃຈທີ່ສຸດ ແຕ່ກໍຍັງດີທີ່ເປັນຄົນມັກສ້າງສັນ ເຮຮ່າ ປາຕີ້ ໄດ້ຕະຫລອກເວລາຂໍແຄ່ມີເພື່ອນຢູ່ນຳ ເປັນຄົນທີ່ບໍ່ຄ່ອຍຮອບຄອບເທົ່າໃດ ຫຼື ຊຸ່ມຊ່າມ ແລະ ທີ່ສຳຄັນຄືມັກແກ້ງຄົນທີ່ຮັກ ຫຼື ກວນຕີນຄົນອື່ນ ມັກເຮັດໃຫ້ຄົນອື່ນມີຄວາມສຸກ ແຕ່ຕົວເອງນັ້ນເກັບຄວາມທຸກໄວ້ຄົນດຽວ.
#ຄົນທີ່ເກີດວັນສຸກເປັນຄົນທີ່ນ່າຄົບຫາເປັນຄົນອາລົມດີກໍຈະດີທີ່ສຸດ ແຕ່ຖ້າຮ້າຍຂື້ນມາຄືຕົວໃຜຕົວມັນ ອາລົມມັກອ່ອນໄຫວງ່າຍ ໃນບາງຄັ້ງກໍຂີ້ງຸດງິດ ຈິດໃຈບໍ່ແນ່ນອນ ປ່ຽນໄປປ່ຽນມາຄືກັບ ນໍ້າ ບໍ່ມັກໃຫ້ໃຜມາຍຸ້ງເລື່ອງຄວາມຮັກເທົ່າໄດ້ ເປັນຄົນລືມຍາກເພາະຮັກຫງາຍຈົນລືມເພື່ອໃຈ ຮັກໃຜຮັກຈິ່ງບໍ່ຖີ້ມໃຜກ່ອນ ສ່ວນຫລາຍມັກຈະຖືກຖີ້ມ ເປັນຄົນມັກໃຫ້ຄົນອື່ນເທັກແຄ່ ແຕ່ຊັງຄົນຫລາຍໃຈທີ່ສຸດ ມັກເຮັດສິ່ງໃຫມ່ໆ ສິ່ງຖ້າທາຍ ເປັນຄົນເກັບອາລົມ ແລ້ວລບອກຄົນອື່ນວ່າບໍ່ເປັນຫຍັງທັ້ງໆທີ່ຂ້າງໃນມີແຕ່ເລື່ອງແຍ່ໆ ເກັບນໍ້າຕາເກັ່ງ ຖ້າແຕ່ມື້ໃດໄຫ້ຂື້ນມາຄືມັນບໍ່ໄຫວແທ້ໆແລ້ວ.
#ຄົນທີ່ເກີດວັນເສົາເປັນຄົນທີ່ກ້າໄດ້ ກ້າເສີຍ ບໍ່ຄ່ອຍຢ້ານກົວອີຫຍັງກໍລຸຍລູກດຽວ ຜິດກັບການບອກຮັກ ກັບບໍ່ກ້າສະແດງອອກ ຂີ້ອາຍ ປາກແຂງ ແຕ່ໃຈອ່ອນ ຖ້າຄິດຈະເອີ່ຍປາກບອກຮັກໃຜສັກຄົນ ສະແດງວ່າຕ້ອງຮັກຄົນນັ້ນຫລາຍທີ່ສຸດ ພ້ອມທີ່ຈະທຸມເທທຸກຢ່າງ ເພື່ອໃຫ້ຄົນຮັກມີຄວາມສຸກແມ້ຈະແລກມາກັບຄວາມທຸກຂອງຕົວເອງກໍຕາມ ບໍ່ມັກຜູກມັດ ມັກມິດສະຫຼະ ມັກໄປພົບເຈີ້ສິ່ງໃຫມ່ໆ ອາລົມອ່ອນໄຫວ ໃນບາງຄັ້ງຂີ້ງຸດງິດນ້ອຍໃຈແຕ່ເຮັດເປັນເຂັ້ມແຂງ ເຢັນຊາ ບໍ່ເວົ້າຫຍັງອອກມາ