ໂອໄມຄຣອນ ເຮັດໃຫ້ມີຜູ້ຕິດເຊື້ອ ໃນອາຟຣິກກາໃຕ້ເພີ່ມຂຶ້ນ 2 ເທົ່າ
ສຳນັກຂ່າວຕ່າງປະເທດລາຍງານວ່າ ສະຖາບັນພະຍາດຕິດຕໍ່ແຫ່ງຊາດ (NICD) ຂອງອາຟຣິກກາໃຕ້ ຖະແຫຼງວ່າ: ຈາກຂໍ້ມູນເຊີງລະບາດວິທະຍາຊີ້ໃຫ້ເຫັນວ່າ
ສາຍພັນໂອໄມຄຣອນ ສາມາດຫຼົບຫຼີກການກວດຈັບຂອງພູມຄຸ້ມກັນບາງຢ່າງໄດ້, ແຕ່ເຊື່ອວ່າ ວັນຊີນທີ່ນຳໃຊ້ໃນປັດຈຸບັນ ຈະຊ່ວຍຫຼຸດຜ່ອນອາການຮຸນແຮງ ແລະ ຫຼຸດອັດຕາການເສຍຊີວິດລົງໄດ້.

NICD ຍັງລະບຸວ່າ ຈາກການຈຳແນກພັນທຸກຳຕົວຢ່າງເຊື້ອທີ່ເກັບຕະຫຼອດເດືອນພະຈິກຜ່ານມາ ພົບວ່າ 74% ເປັນສາຍພັນໂອໄມຄຣອນ ເຊິ່ງສະແດງໃຫ້ເຫັນວ່າ
ເຊື້ອດັ່ງກ່າວໄດ້ແຜ່ລະບາດຢ່າງໄວວາ ຫຼັງຈາກທີ່ກວດພົບເຊື້ອດັ່ງກ່າວ ໂດຍພົບວ່າ ຈຳນວນຜູ້ຕິດເຊື້ອຢູ່ອາຟຣິກກາເພີ່ມຂຶ້ນ 2 ເທົ່າ.
