1ໄລ້ 1 ແຊ..!!! ຂອງທ່ານ ອາດຊ່ວຍເຫຼືອນ້ອງໆໄດ້ ຂໍເປັນສະພານບຸນຊ່ວຍໆກັນ ເພື່ອນ້ອງໆເຂດຫ່າງໄກສອກຫຼີກ

ເປົ້າໝາຍອາຈານຢາກໄປຊ່ວຍເຫລືອໃຫ້ຄົບທຸກແຂວງຖ້າໄດ້ເຄື່ອງຫຼາຍ ແລະປັດໄຈຄ່າເດີນທາງພຽງພໍສຳຄັນທີ່ສຸດບ່ອນໃດຂາດເຂີນແທ້ໆ ຫຍຸ້ງຍາກສໍ່າໃດອາຈານຈະໄປບ່ອນນັ້ນ.

ຈາກໂພສ PAI WA ໄດ້ໂພສໃນວັນທີ 04/12/2021 ວ່າ: ເປັນສະພານບຸນຊ່ວຍໆກັນ ເພື່ອນ້ອງໆເຂດຫ່າງໄກເສຍສະຫຼະອ່ານຈັກໜ້ອຍໜຶ່ງ ອາຈານຂໍແຜ່ສັດທາຊື້ເສື້ອກັນໜາວ ເກີບ ຖົງມື ຖົງຕີນ ແລະອາຫານແຫ້ງ ໝີ່ໄວໆ ຍຳໆ ຂະໜົມ ເຄື່ອງນຸ່ງມືໜຶ່ງແລະມືສອງຂອງລູກຫຼານ ຖ້າບໍ່ໄດ້ໃສ່ແລ້ວກໍ່ສາມາດບໍລິຈາກໄດ້ເດີ່.

ຫຼືຍາດໂຍມທ່ານໃດຢາກປະກອບປັດໄຈສົມທົບທຶນຊື້ເຄື່ອງບໍລິຈາກກໍ່ຕິດຕໍ່ຫາອາຈານໄດ້ເດີ່ ເບີໂທ 02058886761ໜຶ່ງແຊຣ໌ ຂອງທ່ານອາດຊ່ວຍເດັກນ້ອຍຫຼາຍຊີວິດຂໍໃຫ້ໄດ້ບຸນໄດ້ກຸສົນນຳກັນເດີ.

ຕົ້ນໂພສຈາກເພຈ: ສະພານບຸນ

Related Posts

Leave a Reply

Your email address will not be published. Required fields are marked *