ຮູ້ໄວ້ໄດ້ປະໂຫຍດ ວິທີປູກເຫັດປວກ ແບບງ່າຍໄວ້ກິນເອງ ທີ່ທ່ານສາມາດກິນໄດ້ຕະຫຼອດປີ ສູດພື້ນບ້ານໃຜກໍ່ສາມາດເຮັດໄດ້.

+ ສ່ວນປະສົມມີດັ່ງນີ້:
1 ຂຸດເອົາຮັງປວກມາຈາກໂພນປວກປະມານໜື່ງກຳ
2 ເອົາເຂົ້າຈ້າວທີ່ຫູງແລ້ວໜື່ງກິໂລ.

3 ເອົານ້ຳ 20 ລິດ.
+ ຂັ້ນຕອນໃນການເຮັດ: ແມ່ນ ເອົາຮັງປວກມາຕຳໄຫ້ມູ່ນແລ້ວຄົນໄສ່ກັບເຂົ້າທີ່ກຽມໄວ້ແລ້ວ ຫຼັງຈາກນັ້ນກໍ່ເອົານຳນ້ຳ20ລິດມາຄົນໃສ່ກັນ ແລ້ວມັກໄວ້ປະມານ7-10ມື້.

+ ວິທີປູກ : ເອົາຮັງປວກກັບເຂົ້າທີ່ມັກໄວ້ນັ້ນ ໄປຫົດລາດໃສ່ໂພນປວກທີ່ທ່ານເຫັນໃນບໍລິເວນບ້ານຫຼືປ່າຂ້າງບ້ານ ແລ້ວເອົາເຟືອງ ຫຼື ຫຍ້າມາປົກໄວ້ແລ້ວຫົດນ້ຳໄຫ້ຊູ່ມພໍດີແຕ່ລະມື້ ແລ້ວປະໄວ້ປະມານ 10-15 ມື້ ແລ້ວທ່ານຈະໄດ້ກີນເຫັດປວກ ຕະຫຼອດປີ.

ທີ່ມາ:ກະເສດຮອບຮູ້.