News

ຂໍ້ມູນຜູ້ເສຍຊີວິດໃນລາວ ວັນທີ 04 ທັນວາ 2021 .

ຂໍ້ມູນຜູ້ເສຍຊີວິດໃນລາວວັນທີ 04 ທັນວາ 2021 .

ເປັນມື້ທີ່ມີລາຍງານກໍລະນີເສຍຊີວິດຫຼາຍກວ່າໝູ່ເຊິ່ງລາຍລະອຽດຜູ້ເສຍຊີວິດໃໝ່ 10 ຄົນ ມີດັ່ງນີ້:

ຜູ້ທີ 1). ເພດຍິງ, ອາຍຸ 74 ປີ, ບ້ານທົ່ງຈ່ອງ, ເມືອງຊໍາເໜືອ, ແຂວງຫົວພັນ.

– ພະຍາດປະຈໍາຕົວ: ຄວາມດັນເລືອດສູງ ແລະ ພະຍາດຫົວໃຈຜິ່ວ.

– ບໍ່ທັນໄດ້ຮັບການສັກຢາວັກຊີນ

– ວັນທີ 01 ທັນວາ 2021: ໄດ້ເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດພົບເຊື້ອ

– ມາຮອດເວລາ 8:41 ນາທີ ຂອງວັນທີ 02 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 2). ເພດຍິງ, ອາຍຸ 92 ປີ, ບ້ານໂພນສະຫວາດ, ເມືອງໂພນໂຮງ, ແຂວງວຽງຈັນ.

– ພະຍາດປະຈຳຕົວ: ເບົາຫວານ ແລະ ຄວາມດັນເລືອດສູງ

– ບໍ່ໄດ້ສັກວັກຊີນປ້ອງກັນໂຄວິດ.

– ວັນທີ 30 ພະຈິກ 2021: ຜູ້ກ່ຽວ ໄດ້ໄປກວດເກັບຕົວຢ່າງຢູ່ໂຮງໝໍແຂວງ ເນື່ອງຈາກຄອບຄົວຕິດໂຄ

ວິດຫຼາຍຄົນແລະ ຜົນກວດພົບເຊື້ອ
– ມາຮອດເວລາ 19:30 ນາທີ ຂອງວັນທີ 02 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 3). ເພດຍິງ, ອາຍຸ 17 ປີ, ບ້ານສຸກສາລາ, ເມືອງທຸລະຄົມ, ແຂວງ ວຽງຈັນ

– ພະຍາດປະຈໍາຕົວ: ພະຍາດເລືອດ

– ໄດ້ສັກວັກຊີນປ້ອງກັນໂຄວິດຄົບ

– ວັນທີ 1 ທັນວາ 2021: ຜົນກວດພົບເຊື້ອໂຄວິດ-19 ແລະ ຖືກນຳສົ່ງມາສູນປີ່ນປົວໂຄວິດໂພນໂຮງ.

– ມາຮອດເວລາ 16:40 ນາທີ ຂອງວັນທີ 02 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 4). ເພດຍິງ, ອາຍຸ 74 ປີ, ບ້ານ ພະທາວ, ເມືອງ ທຸລະຄົມ, ແຂວງ ວຽງຈັນ

– ພະຍາດປະຈໍາຕົວ: ໄຂມັນໃນເລືອດສູງ

– ບໍ່ໄດ້ສັກວັກຊີນປ້ອງກັນໂຄວິດ.

– ສະມາຊິກໃນຄອບຄົວມີຜູ້ຕິດເຊື້ອຫຼາຍຄົນ.

– ວັນທີ 21 ພະຈິກ 2021: ຜົນກວດພົບເຊື້ອໂຄວິດ-19 ຈຶ່ງໄດ້ຖືກນຳສົ່ງມາສູນປີ່ນປົວໂຄວິດ.

– ມາຮອດເວລາ 11:00 ໂມງຂອງວັນທີ 03 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 5). ເພດຍິງ, ອາຍຸ 60 ປີ, ບ້ານ ປາກຈັນ, ເມືອງ ໝື່ນ, ແຂວງ ວຽງຈັນ

– ພະຍາດປະຈຳຕົວ: ພະຍາດເລືອດ

– ບໍ່ໄດ້ສັກວັກຊີນປ້ອງກັນໂຄວິດ.

– ວັນທີ 1 ທັນວ 21: ຜົນກວດພົບເຊື້ອໂຄ

ວິດ-19 ແລະ ນຳສົ່ງມາສູນປີ່ນປົວໂຄວິດ.

– ມາຮອດເວລາ 13:00 ໂມງຂອງວັນທີ 03 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 6). ເພດຍິງ, ອາຍຸ 43 ປີ, ບ້ານດອນກອຍ, ເມືອງໄຊເສດຖາ, ນະຄອນຫລວງ

– ພະຍາດປະຈໍາຕົວ: ພະຍາດພູມຄຸ້ມກັນບົກຜ່ອງ ແລະ ອັກເສບປອດຊໍ້າເຮື້ອ

– ບໍ່ໄດ້ສັກຢາວັກຊີນປ້ອງກັນໂຄວິດ-19

– ວັນທີ 29 ພະຈິກ 2021: ຜົນກວດເປັນບວກ ໄດ້ເຂົ້ານອນປີ່ນປົວຢູ່ສູນ

– ມາຮອດເວລາ 20:00 ນາທີ ໂມງຂອງວັນທີ 03 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ.

ຜູ້ທີ 7). ເພດຍິງ, ອາຍຸ 38 ປີ, ບ້ານດອນຝ້າຍ, ເມືອງຫາດຊາຍຟອງ, ນະຄອນຫລວງ

– ສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ຄົບ

– ວັນທີ 03 ທັນວາ 2021: ຄົນເຈັບໄດ້ມາ

ກວດຢູ່ໂຮງໝໍເສດຖາທິລາດ ດ້ວຍອາການບໍ່ຮູ້ສະຕິ ຫາຍໃຈຝຶດ ພ້ອມທັງເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດເປັນບວກ

– ມາຮອດເວລາ 17:30 ນາທີ ໂມງຂອງວັນທີ 03 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 8 ). ເພດຊາຍ, ອາຍຸ 40 ປີ, ບ້ານຫັດສະດີ, ເມືອງຈັນທະບູລີ, ນະຄອນຫລວງ

– ວັນທີ 03 ທັນວາ 2021: ຖືກພາມາກວດຢູ່ສຸກເສີນຂອງໂຮງໝໍມະໂຫສົດ ດ້ວຍອາການບໍ່ຮູ້ສະຕິ, ກໍາມະຈອນເອົາບໍ່ໄດ້ ແລະ ອົກຊີໃນເລືອດບໍ່ຂື້ນ ພ້ອມທັງເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດເປັນບວກ

– ວັນທີ 03 ທັນວາ 2021: ຄົນເຈັບເສຍຊີວິດ ກ່ອນມາຮອດໂຮງໝໍ

ຜູ້ທີ 9). ເພດຍິງ, ອາຍຸ 77 ປີ, ບ້ານ ດົງໂດກ, ເມືອງໄຊທານີ, ນະຄອນຫລວງ.

– ພະຍາດປະຈຳຕົວ: ພະຍາດໄຂ່ຫຼັງຊຸດໂຊມ ແລະ ຄວາມດັນເລືອດສູງ

– ສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ບໍ່ຄົບເຂັມແນະນຳເທື່ອ

– ວັນທີ 02 ທັນວາ 2021: ເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດພົບເຊື້ອ

– ຮອດເວລາ 04:30 ນາທີຂອງວັນທີ 03 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 10). ເພດຊາຍ, ອາຍຸ 90 ປີ, ບ້ານຂອນແກ່ນ, ເມືອງຫີນເຫີບ, ແຂວງວຽງຈັນ

– ພະຍາດປະຈຳຕົວ: ປະດົງຂໍ່; ໄດ້ສັກວັກຊີນປ້ອງກັນພະຍາດໂຄວິດ-19 ຄົບ

– ສະມາຊິກຄົນໃນຄອບຄົວ ມີ 04 ຄົນ ແມ່ນຕິດເຊື້ອໂຄວິດ-19 ທັງໝົດ

– ວັນທີ 30 ພະຈິກ 2021: ຜົນກວດເປັນບວກ

– ຮອດເວລາ 03:00 ໂມງເຊົ້າຂອງວັນທີ 04 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button