ສຳນັກງານນາຍົກລັດຖະມົນຕີ ແຈ້ງໃຫ້ບັນດາແຂວງທົ່ວປະເທດ ຈັດຕັ້ງຮັບຟັງ ແລະ ຮັບຊົມ ການຖ່າຍທອດສົດພິທີເປີດການນໍາໃຊ້ທາງລົດໄຟລາວ-ຈີນ 3 ທັນວານີ້
ໃນວັນທີ 1 ທັນວາ 2021 ນີ້ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການເລື່ອງທິດຊີ້ນຳໃຫ້ບັນດາແຂວງທົ່ວປະເທດ ຈັດຕັ້ງຮັບຟັງ ແລະ ຮັບຊົມ ການຖ່າຍທອດສົດພິທີເປີດການນໍາໃຊ້ທາງລົດໄຟລາວ-ຈີນ ຢ່າງເປັນທາງການ ໃນວັນສຸກ ວັນທີ 3 ທັນວາ 2021.
ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຊີ້ນຳຂອງທ່ານ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນຳ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ມາຍັງທ່ານຊາບ ດັ່ງນີ້: ເຫັນດີໃຫ້ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ໃນທົ່ວປະເທດຈັດຕັ້ງການຮັບຟັງ ແລະ ຮັບຊົມ ການຖ່າຍທອດສົດ ພິທີເປີດການນໍາໃຊ້ທາງລົດໄຟລາວ-ຈີນ ຢ່າງເປັນທາງການ ໃນວັນສຸກ ວັນທີ 03 ທັນວາ 2021 ເລີ່ມຕັ້ງແຕ່ເວລາ 14:00 ໂມງ ຫາ 16:00 ໂມງ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.
