News

ຜູ້ຕິດໂຄວິດ ຈຳນວນ 180 ຄົນ! ປິດລັບອາຊີບຕົນເອງ ເຊີ່ງເຮັດໃຫ້ບໍ່ສາມາດຮູ້ໄດ້ວ່າການຕິດເຊື້ອຢູ່ກຸ່ມໃດ.

ຜູ້ຕິດໂຄວິດ ຈຳນວນ 180 ຄົນ! ປິດລັບອາຊີບຕົນເອງ ເຊີ່ງເຮັດໃຫ້ບໍ່ສາມາດຮູ້ໄດ້ວ່າການຕິດເຊື້ອຢູ່ກຸ່ມໃດ.

ຄະນະສະເພາະກິດໄດ້ເປີດເຜີຍວ່າ: ກຸ່ມຄົນທີ່ຕິດເຊື້ອໃນນະຄອນຫຼວງວຽງຈັນ ພົ້ນເດັ່ນ ແມ່ນການຕິດເຊື້ອໃນຄອບຄົວ, ພະນັກງານ, ທະຫານ, ຕຳຫຼວດ, ທະນາຄານ ແລະ ຂະແໜງການອື່ນ, ນັກສຶກສາ, ແລະ ກໍາມະກອນໂຮງງານ.

ບັນຫາທີ່ໜ້າກັງວົນທີ່ສຸດໃນນະຄອນຫຼວງວຽງຈັນຕອນນີ້ຄື ຜູ້ມາກວດ ປິດລັບອາຊີບຕົນເອງ ຊຶ່ງມື້ວານນີ້ມີທັງໝົດ ເຖິງ 180 ຄົນ.

ການບໍ່ລະບຸອາຊີບ ແມ່ນມີສວ່ນ ເຮັດໃຫ້ນະຄອນຫຼວງສືບຕໍ່ແຜ່ເຊື້ອຕໍ່ເນື່ອງ ແລະ ສ້າງຄວາມສັບສົນ ທີ່ບໍ່ສາມາດຮູ້ໄດ້ວ່າການຕິດເຊື້ອຢູ່ກຸ່ມໃດ.

ສະນັ້ນ, ຂໍຮຽກຮ້ອງໃຫ້ທ່ານຈິງໃຈ ລະບຸອາຊີບຂອງຕົນໃຫ້ຈະແຈ້ງດ້ວຍ.

ຂໍ້ມູນ: ຈາກ Lao youth radios FM 90.0 Mhz

Related Articles

Leave a Reply

Your email address will not be published. Required fields are marked *

Back to top button