ພະຍາກອນອາກາດ ປະຈຳວັນທີ 28 ພະຈິກ 2021

ພະຍາກອນອາກາດ ປະຈຳວັນທີ 28 ພະຈິກ 2021

ກົມ​ອຸຕຸນິຍົມ​ ແລະ​ ອຸທົກກະສາດ​ ລາຍງານ: ມວນອາກາດເຢັນ ຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງປານກາງ ຫາ ແຮງ, ສົມທົບກັບກະແສລົມຕາເວັນອອກ -ຕາເວັນອອກສ່ຽງເໜືອພັດປົກຄຸມ, ຊຶ່ງຈະເຮັດໃຫ້ ອາກາດຍັງຈະເຢັນ ຫາ ໜາວເຢັນຢູ່ໃນແຕ່ລະພາກ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກໃຕ້.

ພະຍາກອນອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 28/11/2021 ຫາ ເວລາ 07 ໂມງ ຂອງວັນທີ 29/11/2021

ພາກເໜືອດ້ານຕາເວັນອອກ (ແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດໜາວເຢັນ, ພ້ອມມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 09 – 22 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງ ຫຼວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ): ອາກາດເຢັນ ຫາ ໜາວເຢັນ, ພ້ອມມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນໃນຕອນເຊົ້າ, ອຸນຫະພູມໃນລະຫວ່າງ 14 – 29 ອົງສາ.

ນະຄອນຫຼວງວຽງຈັນ ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ແລະ ມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 19 –31 ອົງສາ.

ພາກກາງ (ແຂວງ ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 16 – 30 ອົງສາ,

ແຂວງໄຊສົມບູນ: ອາກາດໜາວເຢັນ ແລະ ມີລົມພັດແຮງເປັນບາງໂອກາດ, ອຸນຫະພູມໃນລະຫວ່າງ 11 – 24 ອົງສາ.

ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື): ອາກາດເຢັນໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງພ້ອມລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ. ອຸນຫະພູມໃນລະຫວ່າງ 19 – 30 ອົງສາ.
ສຳລັບເຂດພູພຽງບໍລະເວນ: ອາກາດ ໜາວເຢັນ, ພ້ອມຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ແລະ ມີລົມພັດແຮງເປັນບາງໂອກາດ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50%. ອຸນຫະພູມໃນລະຫວ່າງ 13 – 26 ອົງສາ.

Related Posts

Leave a Reply

Your email address will not be published. Required fields are marked *