ຈີນບໍ່ຈ່າຍເງີນຄ່າແຮງໃຫ້ຄົນງານລາວເກີດເຫດ ນາຍຈ້າງຊາວຈີນ.

ບໍ່ຈ່າຍເງິນຄ່າແຮງງານໃຫ້ຄົນງານລາວທີ່ເຮັດວຽກກໍ່ສ້າງສະຖານີລົດໄຟ ລາວ-ຈີນ ເຂດວຽງຈັນໃຕ້ ທ່ານາແລ້ງ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.
ຜູ້ຢູ່ໃນເຫດການເລົ່າວ່າ ເວລາຄົນງານໄປທວງເງິນເມື່ອໃດນາຍຈ້າງຊາວຈີນບໍ່ຈ່າຍໃຫ້. ໃນທີ່ສຸດ ວັນທີ 22 ພະຈິກ ທີ່ຜ່ານມາ ຈຶ່ງພາກັນຢຸດວຽກເຂົ້າໄປຖາມເອົາເງີນຄ່າແຮງງານແຕ່ປະກົດວ່າຫົວໜ້າງານທັງຮ້າຍທັງຂົ່ມຂູ່ພ້ອມທັງລົງມືໃຊ້ກຳລັງຕໍ່ຄົນງານລາວ ແຕ່ກໍມີຄົນງານທັງສອງຝ່າຍເຂົ້າມາຫ້າມ.

ຄົນງານລາວໃນແຄ້ມນີ້ຝາກເຖີງພາກສ່ວນກ່ຽວຂ້ອງຊ່ອຍລົງມາແກ້ໄຂບັນຫາໃຫ້ແດ່ເພາະເຫດການນີ້ມັກເກີດຂື້ນກັບຄົນງານລາວຕລອດ.
ຊົມຄຼິບ.