ລະວັງ! ຮັບຝາກເງີນອອນໄລ ມີຄວາມຜິດຕິດຄຸກເຖິງ 8 ປີ ປັບໄຫມ 50 ລ້ານ

ບໍລິສັດກົດຫມາຍ Phomsoupha & Son Law ໄດ້ໂພສເຕືອນວ່າ ລະວັງ! ຮັບຝາກເງີນອອນໄລ ມີຄວາມຜິດຕິດຄຸກເຖິງ 8 ປີ ປັບໄຫມ 50 ລ້ານ

ນ. ເມ (ນາມສົມມຸດ) ເຫັນໂຄສະນາຈາກ Facebook ຜູ້ໜຶ່ງ ປະກາດຮັບຝາກເງິນໂດຍໃຫ້ດອກເບ້ຍ 40% ຕໍ່ເດືອນ.

ທຳອິດ ເມ ໄດ້ລອງຝາກກໍໄດ້ຮັບຜົນຕອບແທນຕາມທີ່ໂຄສະນາແທ້. ຍ້ອນແນວນັ້ນ ເມ ຈຶ່ງເຫັນຊ່ອງທາງການເຮັດທຸລະກິດ ເມ ເລີຍປະກາດຢູ່ Facebook ຂອງຕົນເອງວ່າ “ຮັບຝາກເງິນອອນລາຍ ຜົນຕອບແທນສູງ 35% ຕໍ່ ເດືອນ”.

ເງິນທີ່ໄດ້ມາຈາກລູກຄ້າ ເມ ກໍເອົາໄປຝາກກັບແມ່ໃຫຍ່ຕໍ່ເພື່ອເອົາດອກເບ້ຍ 40% (ສ່ວນຕ່າງ 5%).

ເວລາຜ່ານໄປ 3 ເດືອນ ເມ ພົບວ່າ ແມ່ໃຫຍ່ ບໍ່ຈ່າຍເງິນດອກເບ້ຍຕາມການຕົກລົງກັນ ເຊິ່ງມັນກໍສົ່ງຜົນສະທ້ອນເຮັດໃຫ້ ເມ ບໍ່ສາມາດຈ່າຍເງິນດອກເບ້ຍໃຫ້ລູກຄ້າຂອງຕົນເຊັ່ນກັນ.

ເມື່ອເຫັນທ່າບໍ່ດີ ເມ ຈຶ່ງໄດ້ຂໍຖອນເງິນທີ່ເອົາໄປຝາກທັງໝົດນຳແມ່ໃຫຍ່.

ແຕ່ຖືກ ແມ່ໃຫຍ່ປະຕິເສດວ່າບໍ່ມີ ແລະ ຂໍຜ່ອນຜັນຈະຈ່າຍໃຫ້ພາຍໃນກຳນົດເວລາ 2 ເດືອນ.

ເມື່ອຜ່ານໄປ 2 ເດືອນ ເມ ກໍຍັງໄດ້ຮັບຄຳຕອບຄືເກົ່າ. ໃນຕອນນີ້ເອງ ເມ ກໍຖືກລູກຄ້າຂອງຕົນຮ້ອງຟ້ອງຖານສໍ້ໂກງຊັບ.

ເມ ກໍໃຫ້ເຫດຜົນວ່າ “ຂ້ອຍເອງກໍຖືກແມ່ໃຫຍ່ຕົ້ມເຊັ່ນກັນ ເຫັນໃຈກັນແນ່”. ເຖິງຢ່າງໃດກໍຕາມ ລູກຄ້າກໍບໍ່ສົນໃຈ ແລະ ຈະດຳເນີນການຮ້ອງຟ້ອງ. ເມ ຢາກປຶກສາວ່າ:

ລູກຄ້າຈະຮ້ອງຟ້ອງຕົນເອງໄດ້ບໍ່? ເມ ເອງເດສາມາດຮ້ອງຟ້ອງແມ່ໃຫຍ່ໄດ້ບໍ່?ພວກເຮົາ Phomsoupha & Son Law ມີຄຳເຫັນວ່າ.

ເມ ສາມາດຖືກລູກຄ້າຮ້ອງຟ້ອງໄດ້ບໍ່?ເລື່ອງນີ້ແມ່ນ ໄດ້ແນ່ນອນ. ອີງຕາມມາດຕາ 233 ຂອງປະມວນກົດໝາຍອາຍາ 2017 ກຳນົດໄວ້ວ່າ:

ບຸກຄົນໃດຫາກໄດ້ໃຊ້ເລ່ລ່ຽມ ຫຼື ຕົວະຍົວະຫຼອກລວງ ດ້ວຍວິທີການໃດເພື່ອເຮັດໃຫ້ຜູ້ອື່ນເອົາຊັບໃຫ້ຕົນ ຈະຖືວ່າກະທຳຜິດຖານສໍ້ໂກງຊັບ.

ຄຳຖາມສຳຄັນກໍຄື ເມ ໄປຕົວະລູກຄ້າແນວໃດ? ສິ່ງທີ່ພິສູດວ່າ ເມ ຕົວະຍົວະລູກຄ້າກໍຄື:

1. ເມ ຮູ້ດີວ່າຕົນເອງບໍ່ມີໃບອະນຸຍາດໃນການດຳເນີນທຸລະກິດຮັບຝາກເງິນຢ່າງຖືກຕ້ອງຕາມກົດໝາຍ ແຕ່ກໍຍັງຮັບຝາກເງິນ;

2. ການທີ່ ເມ ສະເໜີດອກເບ້ຍສູງເກີນຈິງ ໂດຍທີ່ຮູ້ຢູ່ແກ່ໃຈວ່າ ມີຄວາມເປັນໄປໄດ້ຍາກທີ່ສຸດທີ່ທຸລະກິດໃດຈະສາມາດເຮັດກຳໄລໄດ້ຫຼາຍກວ່າ 420% ຕໍ່ປີ.

ດັ່ງນັ້ນຖ້າ ເມ ຖືກພິສູດແລ້ວວ່າ ຜິດ ເມ ອາດຖືກສານຕັດສິນລົງໂທດໃນອັດຕາສູງສຸດຂອງການວາງໂທດ ເນື່ອງຈາກວ່າ ເມ ໄດ້ຮັບຝາກເງິນຈາກລູກຄ້າຫຼາຍຄົນ ແລະ ເຮັດເປັນຫລາຍຄັ້ງ-ຫລາຍເວລາ ເພາະສະນັ້ນ ເມ ອາດຖືກລົງໂທດແຕ່ 3 ປີ ຫາ 8 ປີ ຖືກປັບໃໝ ແຕ່ 10 ລ້ານກີບ ຫາ 50 ລ້ານກີບ.

ນອກຈາກຂ້າງເທີງແລ້ວ ເມ ອາດມີຄວາມຜິດຖານ ດຳເນີນທຸລະກິດບໍ່ຖືກຕ້ອງອີກ ອີງຕາມມາດຕາ 297 ຂອງປະມວນກົດໝາຍອາຍາ 2017.ເມ ສາມາດຮ້ອງຟ້ອງແມ່ໃຫຍ່ໄດ້ບໍ່?
ໄດ້ແນ່ນອນ.

ແຕ່ກໍຕ້ອງໄດ້ລະວັງຖ້າການກະທຳຂອງ ເມ ມີລັກສະນະສົມຮູ້ຮ່ວມຄິດກັບແມ່ໃຫຍ່ (ມີຜົນປະໂຫຍດຕໍ່ກັນ) ເມ ອາດຈະຖືເປັນຜູ້ສົມຮູ້ຮ່ວມຄິດໃນການສໍ້ໂກງຊັບແທນທີ່ຈະເປັນຜູ້ເສຍຫາຍກໍເປັນໄດ້.

ສະຫຼຸບງ່າຍໆກໍຄື: ເມ ສາມາດຖືກຮ້ອງຟ້ອງໄດ້ແນ່ນອນ ແລະ ມີຄວາມເປັນໄປໄດ້ສູງທີ່ຈະຖືກພິສູດວ່າຜິດ.

ຫຍິ່ງໄປກວ່ານັ້ນ ຖ້າ ເມ ແລະ ແມ່ໃຫຍ່ ມີຜົນປະໂຫຍດໄດ້ເສຍຕໍ່ກັນແລ້ວ ເມ ຈະກາຍເປັນຜູ້ສົມຮູ້ຮ່ວມຄິດໃນການກະທຳຜິດທັນທີ.

ດັ່ງນັ້ນ ພວກເຮົາຢາກເຕືອນທຸກຄົນວ່າ ທຸກການລົງທືນມີຄວາມສ່ຽງຄວນສຶກສາໃຫ້ດີ ໃຫ້ທີ່ຖ້ວນກ່ອນຄິດຈະລົງທືນ.

ຢ່າໃຫ້ຄວາມໂລບບັງຕາຈົນເຮັດໃຫ້ເຫັນກົງຈັກເປັນດອກບົວ.

Related Posts

Leave a Reply

Your email address will not be published. Required fields are marked *