ແຊຣປະສົບການ ການຕິດໂຄວິດ ແລະ ຮັກສາເອງຢູ່ບ້ານ ຈົນຂາດດີ 100%

ມື້ນີ້ຊິມາເລົ່າປະສົບການ #ການຕິດໂຄວິດແລະຮັກສາເອງຢູ່ບ້ານກ່ອນ ອື່ນໝົດຄົນທີ່ຍັງບໍ່ທັນຕິດກໍຢ່າຟ້າວໄປລັງກຽດຄົນທີ່ເຂົາຕິດເລີຍບໍ່ຕ້ອງຖາມວ່າເປັນຫຍັງຄືຕິດ,ຕິດມານຳໃຜ,ເພາະບໍ່ມີໃຜຢາກເປັນຮັກສາໂຕດີປານໃດກໍຍັງຕິດ.ມື້ໃດມື້ໝື່ງເຈົ້າກໍອາດຈະຕິດພຽງແຕ່ຖ້າເວລາບໍ່ຊ້າກະໄວເທົ່ານັ້ນເພາະປະຊາກອນຢູ່ປະເທດລາວມີພຽງເລັກໜ້ອຍແຕ່ຍອດສະຖິຕິແມ່ນຕິດມື້ລະເປັນ1000-2000ຄົນບໍ່ມີທ່າທີວ່າຊິລົດລົງເລີຍ.ແຕ່ກະບໍ່ຢາກໃຫ້ແຕກຕື່ນຢາກໃຫ້ມີ”ສະຕິ”ກຽມຈິດກຽມໃຈວ່າຊິແກ້ໄຂແນວໃດຄັນຕິດແລ້ວກະຮີບຮັກສາປິ່ນປົວທົນເຫງົາເອົາໜ້ອຍໜື່ງກັກໂຕເອງຢູ່ໃນຫ້ອງຈົນກວ່າຊິເຊົາເມື່ອໝັ້ນໃຈວ່າຫາຍດີແລ້ວກໍຄວນກັກໂຕຕໍ່ອີກຈັກ4-5ມື້ເພື່ອຄວາມແນ່ໃຈ.

#ອາການ&ຢາທີ່ກິນ
#ອາການ
– ມື້ທີ 1-2 : ມີໄຂ້ປົກກະຕິຍັງລຸກໄດ້ກິນເຂົ້າແຊບ
– ມື້ທີ 2 : ມີໄຂສູງ,ເລີ່ມໄອ,ເຈັບຄໍແລະມີຫວັດໜ້ອຍໜື່ງ
– ມື້ທີ 4 : ມີໄຂ້ສູງ,ເມື່ອຍຈົນລຸກບໍ່ໄດ້,ໄອ,ເປັນຫວັດແຮງ,ເຈັບຄໍແຮງກິນນ້ຳກະເຈັບຄ້າຍຄືເປັນບາດລະເອົາເກືອມາລູບບອກເລີຍວ່າຕອນນີ້ຄືໂຄດທໍລະມານກິນເຂົ້າກະຍາກຈົນບໍ່ຢາກກິນຫຍັງແຕ່ຕ້ອງຝືນກິນເພາະເຮົາຕ້ອງໄດ້ກິນຢາ.

– ມື້ທີ 5 : ໄຂ້ເລີ່ມລົດ,ມີໄອຢູ່,ເປັນຫວັດແຮງ,ຄໍກະໃຄກ່ອນມື້ທີ4ແຕ່ກະຍັງເຈັບຢູ່,ຍັງເມື່ອຍຢູ່ໜ້ອຍໜື່ງແລະດັງເລີ່ມບໍ່ໄດ້ກິ່ນປາກບໍ່ໄດ້ລົດຊາດກິນເຂົ້າບໍ່ແຊບແຕ່ກິນໄດ້ແນະນຳໃຫ້ກິນອາຫານປຽກທີ່ໄດ້ຊົດນ້ຳຮ້ອນມັນຈະຊ່ວຍໄດ້ບໍ່ໜ້ອຍກະຫຼາຍ.
– ມື້ທີ 6 : ໄຂ້ເລີ່ມດີຂື້ນບໍ່ເມື່ອຍ,ໄອຄືເກົ່າ,ຫວັດເລີ່ມດີຂື້ນ,ຄໍກະບໍ່ເຈັບຫຼາຍກິນເຂົ້າໄດ້ແຕ່ບໍ່ໄດ້ກິນບໍ່ໄດ້ລົດຊາດຄືເກົ່າ.
– ມື້ທີ 7-8 : ແມ່ນບໍ່ມີໄຂ້,ມີໄອໜ້ອຍໜື່ງ,ມີຫວັດໜ້ອຍໜື່ງ,ບໍ່ເມື່ອຍບໍ່ເຈັບຄໍ,ບໍ່ໄດ້ກິ່ນບໍ່ໄດ້ລົດຊາດ.

– ມື້ທີ 9 : ມີແຕ່ໄອແລະຫວັດໜ້ອຍໜື່ງ,ເລີ່ມໄດ້ກິ່ນໄດ້ລົດຊາດກິນເຂົ້າແຊບ.
– ມື້ທີ 10 : ບໍ່ມີອາການຫຍັງ
– ມື້ທີ 11 : ລອງກວດເບີ່ງຜົນອອກມາຂື້ນຂີດດຽວແຕ່ກໍກັກໂຕເພີ່ມອີກ5ມື້ເພື່ອຄວາມແນ່ໃຈ^^
#ຢາທີ່ໃຊ້ຮັກສາ.

– ແມ່ນໃຫ້ກິນຢາຕາມອາການເລີຍຄັນເປັນໄຂ້ກະກິນຢາລົດໄຂ້,ມີໄອກະກິນຢາແກ້ໄອ,ຢາອົມ,ເປັນຫວັດກະກິນຢາດີຫວັດອາດຈະມີເພີ່ມເຕີມກະຄື”ວິຕາມິນຊີ”ເພື່ອຊ່ວຍຊ້ອມແຊມເສີມສ້າງພູມຄຸ້ມກັນກິນນ້ຳໂອລະລິດມື້ລະ2ຕຸກຫົວເສືອໃຫຍ່ກິນຕາງນ້ຳເລີຍກິນເຂົ້າກິນຢາໃຫ້ຕົງເວລາບໍ່ຄວນກິນອາຫານທີ່ມີລົດຈັດຫຼືມັນຫຼາຍແລະສີ່ງທີ່ສຳຄັນທີ່ສຸດແມ່ນຮົ່ມຢາດ້ວຍສະໝຸນໄພພື້ນບ້ານ(ຂີງ,ຂ່າ,ຫົວສິງໄຄ,ໝາກຂີ້ຫູດ&ໃບຂີ້ຫູດ)ເຊົ້າ-ແລງແລະກິນນ້ຳຮ້ອນຫຼາຍໆກິນດຸໆງ່າຍໆກະຄືແຫ່ງກິນແຫ່ງດີ.
#ໂຄວິດບໍ່ເປັນຕາຢ້ານແຕ່ຄັນເປັນມາລະມັນທໍລະມານ ບໍ່ຢາກໃຫ້ຖືເບົາແລະຫວັງວ່າທັງໝົດນີ້ຈະເປັນປະໂຫຍດແກ່ເຈົ້າໃນພາຍພາກໜ້າບໍ່ໜ້ອຍກະຫຼາຍພາກັນຮັກສາສຸກຂະພາບແນ່ເດີ້

ຈາກ: Duangta Vongphakdee

Related Posts

Leave a Reply

Your email address will not be published. Required fields are marked *