ລາວຖືກຈັດເປັນໜຶ່ງໃນປະເທດທີ່ຮັ່ງມີ

ລາວຖືກຈັດເປັນໜຶ່ງໃນປະເທດທີ່ຮັ່ງມີດ້ານຊັບພະຍາກອນທຳມະຊາດຫຼາຍທີ່ສຸດໃນອາຊີ

ສປປ ລາວ ໄດ້ຮັບການຈັດອັນດັບໃຫ້ເປັນໜຶ່ງໃນປະເທດທີ່ຮັ່ງມີດ້ານຊັບພະຍາກອນທຳມະຊາດຫຼາຍທີ່ສຸດໃນອາຊີ ເຊິ່ງມີການລະບຸແຫຼ່ງແຮ່ທາດກວ່າ 570 ຊະນິດ.

ລວມທັງ ຄຳ, ທອງແດງ, ສັງກະສີ, ເຫຼັກ, ໂພແທັດຊຽມ, ຫີນປູນ, ກົ່ວ, ຊືນ… ແລະ ຄາດວ່າຈະມີລາຍໄດ້ຈາກການຂາຍແຮ່ພາຍໃນປະເທດ ແລະ ເພື່ອການສົ່ງອອກ.

ໃນຊ່ວງສາມເດືອນທ້າຍປີ 2021 ປະມານ 463 ລ້ານໂດລາສະຫະລັດ ຂະນະທີ່ໃນຊ່ວງ 9 ເດືອນຂອງປີນີ້, ລາວມີລາຍໄດ້ຈາກການຂາຍແຮ່ 1.464 ຕື້ໂດລາສະຫະລັດ.

ຂໍ້ມູນເພີ່ມເຕີມ: ໜັງສືພິມ ເສດຖະກິດ-ການຄ້າ

Related Posts

Leave a Reply

Your email address will not be published. Required fields are marked *