ເປັນແຈ້ງການບັນຫາທີ່ດິນ ໂພນສີນວນ ຫາກໃບແຈ້ງການນີ້ອອກມາກໍ່ຖືວ່າເປັນທີ່ສິ້ນສຸດຂອງການຕັດສິນ ແລະ ໃຫ້ທຸກຄົນປະຕິບັດພາຍໃຕ້ກົດໝາຍຂອງ ສປປ ລາວ.

ຂໍຂອບໃຈທ່ານ Amphon Keovongkoth ທີ່ລົງຂໍ້ມູນນີ້ໃຫ້ຮູ້.
ຂະແຫນງຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ນະຄອນຫຼວງວຽງຈັນ ແຈ້ງການມາຍັງ ທ້າວ ຫົ່ມ, ທ້າວ ທະນະວັດໄຊ, ທ້າວ ຄໍາຂານ ແລະ ບັນດາບຸກຄົນ (ປະຊາຊົນ 36 ຄອບຄົວ) ທີ່ອາໃສຢູ່ທີ່ດິນຕອນຂັດແຍ່ງ ຢູ່ ບ້ານ ໂພນສີນວນ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ ຕາມຄໍາພິພາກສາຂອງສານ ຊາບວ່າ:
1. ໃຫ້ຍົກຍ້າຍອອກຈາກທີ່ດິນ ແລະ ເຮືອນ ຕອນຂັດແຍ່ງ ດ້ວຍຕົນເອງໃຫ້ສໍາເລັດ ພາຍໃນກໍານົດເວລາ 07 ວັນ ໂດຍເລີ່ມຕົ້ນແຕ່ ວັນທີ 09 ພະຈິກ ເຖິງ ວັນທີ 16 ພະຈິກ 2021 ແລະ ຈະໄດ້ ຮັບເອົານະໂຍບາຍ ທີ່ຝ່າຍໂຈດມີນະໂຍບາຍໃຫ້ຄື: ທີ່ດິນ ເນື້ອທີ່ 300 ຕາແມັດ ຕໍ່ຫນຶ່ງຄອບຄົວ ທີ່ຕັ້ງຢູ່ບ້ານ ນາຊາ ເມືອງ ປາກງື່ມ ນະຄອນຫຼວງວຽງຈັນ;
2. ຖ້າຄອບຄົວມີຈຸດປະສົງທີ່ຈະຍົກຍ້າຍອອກ ແຕ່ຂາດແຮງງານ ແລະ ພາຫະນະຂົນສິ່ງຂອງຕ່າງໆອອກຈາກທີ່ດິນ ແລະ ເຮືອນ ແມ່ນສາມາດປະສານການຊ່ວຍເຫຼືອໄດ້ທີ່ຂະແຫນງຈັດຕັ້ງປະຕິບັດ
ຄໍາຕັດສິນອງສານ ໃນໂມງລັດຖະການ; 3. ພາຍຫຼັງຫມົດກໍານົດເວລາຕາມແຈ້ງການສະບັບດັ່ງກ່າວແລ້ວ; ຖ້າຫາກຜູ້ທີ່ອາໃສຢູ່ທີ່ດິນຕອນດັ່ງກ່າວບໍ່ຍົກຍ້າຍອອກດ້ວຍຕົນເອງ, ຂະແຫນງຈັດຕັ້ງປະຕິບັດຄໍາຕັດສິນຂອງສານຈະໄດ້ສົມທົບ ຄະນະກໍາມະການພາກສ່ວນຕ່າງໆທີ່ກ່ຽວຂ້ອງລົງທໍາການຍົກຍ້າຍໃຫ້ສໍາເລັດຕາມຄໍາພິພາກສາ ຂອງສານ ແລະ ຕາມຂັ້ນຕອນຂອງກົດຫມາຍ, ຖ້າມີການຂັດຂວາງຈະໄດ້ໃຊ້ມາດຕະການຢ່າງ ຢ່າງເຂັ້ມງວດ;
ສະນັ້ນ, ເພື່ອເປັນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຄູ່ຄວາມຕາມກົດຫມາຍຂະແຫນງ ຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ຈຶ່ງອອກແຈ້ງການ ສະບັບດັ່ງກ່າວ ມາຍັງ ທ້າວ ກຸ່ມ, ທ້າວ ທະນະວັດໄຊ, ທ້າວ ດໍາຂານ ແລະ ບັນດາບຸກຄົນ (ປະຊາຊົນ 36 ຄອບຄົວ)
ທີ່ອາໃສຢູ່ທີ່ດິນຕອນຂັດແຍ່ງ ທີ່ຕັ້ງຢູ່ບ້ານ ໂພນສີ ນວນ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ ໃຫ້ປະຕິບັດຕາມວັນເວລາດັ່ງກ່າວຂ້າງເທິງນີ້ຢ່າງເຂັ້ມງວດ.
ແຈ້ງການ.

.
