ແມ່ໆສະຫຼະເວລາອ່ານ! ຫາກລູກນ້ອຍ ມີອາການເປັນຫວັດ – ເປັນໄອໃຫ້ໄປກວດຫາເຊື້ອເລີຍ ເພື່ອບໍ່ໃຫ້ເກີດກໍລະນີຄືລູກແມ່ນີ້

ກວ່າຈະຮູ້ວ່າລູກຄິດໂຄວິດ ກະປົ່ວຈົນເກືອບເຊົາ. ໂຄວິດ ເປັນໄດ້ ກໍ່ຫາຍໄດ້ຄືກັນ . ມື້ນີ້ຈະມາແຊປະສົບການລູກຕິດໂຄວິດ ແລະ ວິທີປິ່ນປົວ ໃຫ້ແມ່ໆຜູ້ທີ່ມີລູກນ້ອຍໄວ້ຄ່ອຍສັງເກດເພາະໂຄວິດມັນໃກ້ໂຕເຮົາເຫຼືອເກີນມື້ທີ່1ອາການ: ຫລັງອາບນໍ້າຕອນແລງຕອນເຊັດໂຕລູກ ສັງເກດເຫັນໂຕລູກດ່າງໆຈາກເສັ້ນເລືອດທີ່ເຂັ້ມຂື້ນ, ຄີງດ້າດໆ ແຕ່ບໍ່ມີໄຂ້ອຸນນະພູມປະມານ 36-36.9 ແລະ ຕາຂາວລູກເປັນເມັດຈໍ້າໆແດງຄືຄົນເປັນຕາແດງ.ປິ່ນປົວ: ໃຫ້ຢາລົດໄຂ້, ນຸ້ງເຄື່ອງບາງ ແລະ ເປີດແອນອນ.

ມື້ທີ່3:ເປັນມື້ທີ່ຮູ້ວ່າລູກຕິດໂຄວິດ ເພາະນ້າສາວຢູ່ບ້ານກວດເອງຜົນເອງບວກ ເລີຍມາລູກແລະຜົວໄປກວດຢູ່ສູນ103 ຖ້າຜົນປະມານ15ນາທີ ຜົນອອກມາພໍ່ແມ່ບໍ່ຕິດ ມີແຕ່ລູກຕິດຄົນດຽວ ແລະ ຕ້ອງບອກວ່າ 2 ມື້ກ່ອນໜ້ານີ້ບໍ່ຮູ້ເລີຍວ່າລູກຕິດໂຄວິດຄິດວ່າເປັນໄຂ້ຫວັດປ່ຽນລະດູທຳມະດາອາການ: ຄີງຮ້ອນມີໄຂ້ຕະຫລອດເວລາຮອດ 38.5, ມີ ໄອ, ນໍ້າມູກ ຕັນດັງ, ຮາກ, ກິນເຂົ້າ ແລະ ນົມ ໜ່ອຍລົງ ງໍແງໝົດມື້ປິ່ນປົວ: ໃຫ້ຢາລົດໄຂ້ ທຸກໆ4ຊມ, ເຊັດໂຕຕະຫລອດ, ແທກອຸນນະພູມທຸກໆ15ນາທີ, ໃຫ້ຢາດີໄອ ລົດຂີ້ສະເລດມື້ລະ 2ຄັ່ງຕໍ່ມື້, ຕິດແຜ່ນເຈວລົດໄຂ້ໃສ່ຫນ້າຝາກ ແລະ ສັນຫລັງ, ກິນໂອລາລິດຊົງມື້ລະຖົງ 150 ມລ, ລ້າງດັງດ້ວຍນໍ້າເກືອເຊົ້າແລງ, ນຸ່ງເຄື່ອງບາງ ແລະ ເປີດແອປົກກະຕິ.

ມື້ທີ່4ອາການ: ໄອ ມີນໍ້າມູກ ບໍ່ມີໄຂ້ແລ້ວ, ເລີ່ມກິນນົມໄດ້ຫລາຍຂື້ນ ແຕ່ເຂົ້າຍັງກິນໄດ້ໜ່ອນຄືເກົ່າ ອາການສົດຊື່ນຂື້ນ.ປິ່ນປົວ: ຍັງໃຫ້ຢາລົດໄຂ້ແຕ່ໃຫ້ແຕ່ຕອນເຊົ້າຄັ້ງດຽວ, ໃຫ້ຢາດີໄອ ລົດຂີ້ສະເລດມື້ລະ 2ຄັ່ງຕໍ່ມື້, ກິນໂອລາລິດຊົງມື້ລະຖົງ 150 ມລ, ລ້າງດັງດ້ວຍນໍ້າເກືອເຊົ້າ-ແລງ, ນຸ່ງເຄື່ອງບາງ ແລະ ເປີດແອປົກກະຕິ.

ມື້ທີ່5ອາການ: ມີແຕ່ໄອເລັກນ່ອຍ ກິນນົມ ແລະ ເຂົ້າໄດ້ໄດ້ປົກກະຕິ ອາການສົດຊື່ນຂື້ນເຫັນໄດ້ຊັດເຈນ.ປິ່ນປົວ: ໃຫ້ຢາດີໄອ ລົດຂີ້ສະເລດມື້ລະ 1ຄັ່ງຕໍ່ມື ແລະ ສືບຕໍ່ລ້າງດັງດ້ວຍນໍ້າເກືອເຊົ້າ-ແລງ, ນຸ່ງເຄື່ອງບາງ ແລະ ເປີດແອປົກກະຕິ.

ມື້ທີ່6ອາການ: ບໍ່ມີໄອ ບໍ່ມີໄຂ້ ຖືວ່າເກືອບປົກກະຕິ ສ່ວນກິນນົມ ແລະ ເຂົ້າໄດ້ປົກກະຕິ ອາການສົດຊື່ນເປັນປົກກະຕິ.ປິ່ນປົວ: ສືບຕໍ່ລ້າງດັງດ້ວຍນໍ້າເກືອເຊົ້າ-ແລງ.

ມື້ທີ່7ອາການ: ປົກກະຕິ ແລະ ດື້ກວ່າເກົ່າປິ່ນປົວ: ສືບລ້າງດັງດ້ວຍນໍ້າເກືອເຊົ້າ-ແລງ.

ລູກແມ່ນີ້ອາຍຸ 8 ເດືອນ ບໍ່ມີພະຍາດປະຈຳໂຕຈຶ່ງເຮັດໃຫ້ລາວເຊົາໄວ ແລະ ຖືວ່າມີໄຂ້ແຄ່ 3 ມື້ເທົ່ານັ້ນ ຝາກເຕື່ອນທຸກຄົນຖ້າສະມາຊິກໃນຄອບຄົວມີອາການເປັນຫວັດເປັນໄອໃຫ້ໄປກວດຫາເຊື້ອເລີຍຈະເປັນການດີ ເພື່ອບໍ່ໃຫ້ເກີດກໍລະນີຄືລູກແມ່ນີ້.

Related Posts

Leave a Reply

Your email address will not be published. Required fields are marked *