ຄັດຂໍ້ມູນຈາກການ Live ຂອງປະຊາຊົນທີ່ຢູ່ພື້ນທີ ແອດສະຫຼຸບໄດ້ແບບນີ້ (ສະຫຼຸບຕາມການໄລ້ເດີ້)
ຈຸດເກີດທີ່ເກີດປະເດັນ ບ້ານໂພນສີນວນ.
1. ເຈົ້າຂອງດິນແມ່ນໄປຢູ່ອາເມລິກາ ຕັ້ງແຕ່ສະໄໝປົດປ່ອຍ ແລະ ກັບມາແລ່ນເອົາຄືນ (ຊຶ່ງໄດ້ປີໃດນັ້ນຄົນໄລ້ບໍ່ຮູ້)
2. ຄອບຄົວທີ່ມາອາໃສຢູ່ແມ່ນຕັ້ງແຕ່ສະໄໝພໍ່ແມ່ (ປີ 1975 ສະໄໝປົດປ່ອຍໃໝ່ໆ)#ອັນນີ້ຕາມຄວາມຄິດແອດ ສະໄໝນັ້ນດິນຄົງເປັນດິນເປົ່າຫວ່າງບວກກັບຫຼາຍຄອບຄົວທີ່ໄດ້ຍົກຍ້າຍໄປຕ່າງປະເທດທາງພາກລັດເລີຍຈັດສັນໃຫ້ເປັນພັກອາໃສ ສຳຫຼັບພະນັກງານ ແຕ່ບໍ່ໄດ້ມອບກຳມະສິດໃຫ້ທັງໝົດ.
3. ຕໍ່ມາເຖິງຮຸ່ນລູກ (ປັດຈຸບັນ) ທາງເຈົ້າຂອງດິນມາແລ່ນເອົາກຳມະສິດຄືນ ແລະ ໄດ້ມີການຮຽກຮ້ອງການທົດແທນຈາກຜູ້ຢູ່ອາໃສ (ຊຶ່ງຜ່ານມາກໍ່ມີການປຸກສ້າງຕໍ່ເຕີມບູລະນະທີ່ດິນ)
4. ຈາກການໄລ້ເຫັນວ່າປະເດັນການທົດແທນນີ້ໄດ້ຜ່ານມາຍືດຍາວຫຼາຍປີ ຕັ້ງແຕ່ຄົນໄລ້ຍັງນ້ອຍຊຶ່ງຕົກລົງກັນບໍ່ໄດ້ ແລະ ເປັນບັນຫາແກ່ຍາວຕະຫຼອດມາ.
5. ເຫັນວ່າມີການຕັດສິນແລ້ວ ໂດຍເນື້ອໃນທາງສານຕັດສິນແມ່ນທັງ 36 ຄອບຄົວໃຫ້ຍົກຍ້າຍອອກຈາກທີ່ດິນໃນວັນທີ່ 23 ພະຈິກ 2021 (ມື້ນີ້)
6. ທາງຜູ້ໄລ້ໄດ້ເວົ້າວ່າມີການທົດແທນທີ່ດິນຊຶ່ງເປັນບ່ອນຫ່າງໄກຫຼາຍ ຢູ່ບ້ານໄຮ່ປາກງຶມ ນ້ຳປະປາ ແລະ ໄຟຟ້າ ຍັງບໍ່ເຂົ້າເຖິງພື້ນທີ່ (ອັນນີ້ຍັງບໍ່ລະບຸວ່າອະນາຄົດຈະມີການດຶງໄຟດຶງນ້ຳເຂົ້າໃຫ້ບໍ ຍັງບໍ່ບອກລະອຽດ)
7. ເຫັນລາວບອກວ່າຍັງບໍ່ໄດ້ຮັບເງິນຊົດເຊີຍ ແລະ ຍັງບໍ່ມີຄອບຄົວໃດໄດ້ຮັບເທື່ອ.
8. ຜ່ານມາພາກສ່ວນຜູ້ຢູ່ອາໃສພະຍາຍາມສົ່ງຄຳຮ້ອງ ແລະ ຂໍການຊົດເຊີຍຫຼາຍຂັ້ນຫຼາຍຕອນແຕ່ກໍ່ຍັງແກ້ບັນຫາບໍ່ໄດ້
ຂໍ້ມູນນີ້ແມ່ນຜ່ານຈາກການ Live ຂອງຜູ້ຢູ່ອາໃສເທົ່ານັ້ນ ຊຶ່ງຂໍ້ມູນຕົວຈິງແມ່ນຕ້ອງໄດ້ລົງເລິກຫຼາຍກວ່ານັ້ນ