ອ່ານແລ້ວນ້ຳຕາຊິໄຫຼ! ລູກຫຼານໄປໃສໝົດ ຄືໃຫ້ພໍ່ຕູ້ຢູໃນສະພາບແບບນີ້?

ອ່ານແລ້ວນ້ຳຕາຊິໄຫຼ! ລູກຫຼານໄປໃສໝົດ ຄືໃຫ້ພໍ່ຕູ້ຢູໃນສະພາບແບບນີ້?

ຜູ້ໃຊ້ເຟສບຸກຊື່ Lattana Ttv  ໄດ້ໂພສວ່າ: -ພໍ່ຕູ້ຄຳມຶງ ຍ່າງນຳທາງຊອກຂໍອາຫານກິນປະທັງຊີວິດໄປແຕ່ລະມື້ ນອນຢູ່ຄີວລົດ ຂ້ອຍຂີ່ລົດກາຍແນມເຫັນເລີຍຈອດຖາມລາວ ຕາມທີ່ຂ້ອຍສອບຖາມລາວ ແມ່ນລາວມາແຕ່ຊຽງຂວາງ ກັບບ້ານບໍ່ໄດ້ ບໍ່ມີເງິນ ຍ່າງຂາເປ ແຂນກະຫັກ ຍ້ອນລົດຕຳສອງເທຶ່ອແລ້ວກູ້ໃຜຊ່ວຍເຫລຶອສົ່ງໂຮງໝໍ ຍ້ອນຄວາມເຖົ້າຕາແນມບໍ່ເຫັນແຈ້ງ ຫູກະໄດ້ຍິນຄ່ອຍໆ ຂ້ອຍຖາມລາວວ່າພໍ່ຕູ້ລູກຫລານບໍ່ຊອກຫາຫວາ ລາວຕອບຂ້ອຍວ່າບໍ່ ເຂົາເຮັດວຽກເປັນທະຫານ ລູກສາວຜູ້1ແມ່ນເອົາຜົວລະໄປຢູ່ນຳຜົວເລີຍ.

-ຂ້ອຍກະບໍ່ຮູ້ຊິຊ່ວຍແນວໄດ ເລີຍເອົາເງິນໃຫ້44000₭ຕິດໂຕໄປທໍ່ນັ້ນ ຂ້ອຍກະໃຫ້ລາວໝົດເລີຍ-ທີ່ເຫັນຮູບຂະໝົມຟາມເຮົ້າແມ່ນມີຄົນໃຈບຸນເອົາໃຫ້ລາວ ແຕ່ຄວາມຊື່ຄວາມດີ ມີນ້ຳໃຈຂອງພໍ່ຕູ້ ລາວຈົກຂະໝົມອອກມາໃຫ້ຂ້ອຍເອົາໄປກິນແມ້ລູກ ພໍ່ຕູ້ບໍ່ມັກກິນ ຂ້ອຍຈົນນ້ຳຕາໄຫລທັນທີ່ ລາວບໍ່ຢາກເອົາເງິນເຮົາໄປແບບຟຮີໆ ໂດຍມີຂະໝົມຕອບແທນ.

-ຂ້ອຍກະບໍ່ຮູ້ຈະເຮັດແນວໃດ ເລີຍແນມເຫັນເຈ້ຍກັບບິກຢູ່ຂໍລົດ ເລີຍຂຽນເບີໂທຂ້ອຍໃສ່ ບາງທີ່ເກີດເຫດອັນໃດທີ່ຊ່ວຍໄດ້ ຂ້ອຍບອກໃຫ້ລາວເກັບເຈ້ຍນີ້ໄວ້ດີໆເດິ້ ລາວກະໃສ່ຖົງເສຶ້ອໄວ້…..-ທີ່ຂ້ອຍໂພດລົງ ບໍ່ໄດ້ມີເຈນຕະນາເພຶ່ອສ້າງພາບ ເພຶ່ອໃຫ້ໂຕເອງດູດີ ແຕ່ຂ້ອຍໂພດເພຶ່ອໃຜທີ່ພົບເຫັນກໍ່ຊ່ວຍເຫຼຶອລາວແດ່ເດິ້ ຊ່ວຍແຊຕໍ່ໆ ບາງທີ່ລູກຫລານລາວເຫັນ ບາງເທຶ່ອລາວອາດຈະໄດ້ກັບໄປບ້ານເກີດລາວໄວໆ..

– ຂໍອະນຸຍາດໂພດ ຂໍອະນຸຍາດແຊເດິ້ເຈົ້າ– ບໍ່ໄດ້ມີເຈນຕະນາພາກພິ່ງເຖິງໃຜ– ຂ້ອຍເຊຶ່ອ ຄົນລາວບໍ່ຖິ້ມກັນ.

Related Posts

Leave a Reply

Your email address will not be published. Required fields are marked *