News

ເລຶ່ອງລາວສຸດເສົ້າ ! ພໍ່ເປີດປະຕູ ເຫັນພຽງຮ່າງໄຮ້ວິນຍານນອນທັບສາຍສາກ ແລະຫູຟັງຍັງສຽບຄາ

ສາວນ້ອຍ ຈາກໄປໃນໄວພຽງ 16 ປີຍ້ອນສາກໂທລະສັບແລ້ວຫຼິນໄປ ຟັງໄປນຳ

ເລຶ່ອງລາວສຸດເສົ້າ ເມື່ອພໍ່ເຄາະປະຕູບໍ່ມີສຽງຕອບຮັບຈາກລູກສາວໄວ 16 ປີ ຈິ່ງງັດປະຕູເຂົ້າໄປເບິ່ງປະກົດວ່າ ໝົດແລ້ວເຫັນພຽງຮ່າງໄຮ້ວິນຍານນອນທັບສາຍສາດ ແລະຫູຟັງຍັງສຽບຄາ ບໍ່ມີແມ່ນແຕ່ຄໍຳສັ່ງລາ

ເຫດເສົ້ານີ້ເກີດ ທີ່ບ້ານສຳໂຮງ ຈັງຫວັດຮ້ອຍເອັດປະເທດໄທ ສາວຜູ້ໂຊກຮ້າຍລາຍນີ້ເປັນນັກຮຽນ ມ3 ລາວກຳລັງນອນເຮັດວຽກບ້ານ ແຕ່ດ້ວຍຄວາມຕິດມືຖື ຈິ່ງເອົາສາຍສະເບົ້າມາຟັງ ແລະສຽບສາຍຄາສາກອີກ

ຈາກການສອບຖາມທ້າວ ທົງໄຊ ອາຍຸ 39 ປີພໍ່ຂອງຍິງສາວຜູ້ໂຊກຮ້າຍລາຍນີ້ເລົ່າວ່າ ນ້ອງເປັນລູກສາວດຽວຂອງຕົນກັບເມຍເກົ່າຕົນຈິ່ງຝາກລູກໄວ້ກັບປູ່ ແລະຍ່າເປັນຄົນລ້ຽງ

ສຳລັບພໍ່ເປັນກຳມະກອນຮັບຈ້າງໃນໂຮງງານ ພໍດີຊ່ວງໂຄວິດຖືກເລີກຈ້າງ ແລະ ໄດ້ຮັບເງິນຊົດເຊີຍມາຈຳນວນໜຶ່ງຈິ່ງກັບມາຢູ່ບ້ານນຳລູກສາວໄດ້ປະມານເດືອນໜຶ່ງພໍດີ

ໃນມື້ເກີດເຫດລູກສາວກັບຈາກໂຮງຮຽນບອກວ່າມີວຽກບ້ານຕ້ອງເຮັດ ຫຼັງຈາກທີ່ພໍ່ກັບມາແຕ່ນາໄດ້ຖາມຍ່າວ່າລູກສາວໄປໃສ ຍ່າບອກເຂົ້າຫ້ອງນອນເຮັດວຽກບ້ານ ຕົນຈິ່ງເຄາະປະຕູຮ້ອງຫາລູກສາວຫຼາຍຄັ້ງແຕ່ບໍ່ມີສຽງຕອບຮັບ ຈິ່ງຍ່າງໄປທາງປ່ອງຢ້ຽມສ່ອງມາໃສ່ ເຫັນລູກສາວນຸ່ງໂສ້ງວອມນອນຂວ້ຳໜ້າ ທັບໂທລະສັບ ແລະສາຍໄຟທີ່ຫູໃສ່ສາຍສະເບົ້າເອົາໄວ້ ຈິ່ງຮີບເຂົ້າໄປເບິ່ງພົບວ່າບໍ່ຫາຍໃຈແລ້ວ ໂດຍທີ່ບໍລິເວນຄໍມີຮອຍໄໝ້ເລັກນ້ອຍຈາກນັ້ນ ໄດ້ພະຍາຍາມຊ່ວຍແຕ່ລູກສາວບໍ່ຟື້ນຂຶ້ນມາອີກ

ທ້າວທົງໄຊໄດ້ຝາກເລື່ອງລາວຂອງລູກສາວຕົນຂໍໃຫ້ເປັນອຸທາຫອນຂອງທຸກຄົນ ຢ່າໃສ່ຫູຟັງ ແລະສຽບສາກໂທລະສັບໃນເວລາດຽວກັນ ເພາະອາດເກີດອັນຕະລາຍເຖິງຊີວິດໄດ້

Related Articles

Leave a Reply

Your email address will not be published. Required fields are marked *

Back to top button