ໜັງສືພິມ ເຊົາໄຊນາ ມໍນິ້ງໂພສ (SCMP) ລາຍງານເມື່ອວັນທີ 17 ພະຈິພະຈິກຜ່ານມາວ່າ
ຈີນຍິນດີພິຈາລະນາຂໍ້ສະເໜີຂອງສະຫະລັດອາເມຣິກາທີ່ຮຽກຮ້ອງໃຫ້ທັງສອງປະເທດ ເຊິ່ງເປັນຜູ້ບໍລິໂພກນ້ຳມັນລາຍໃຫຍ່ທີ່ສຸດຂອງໂລກ ຮ່ວມກັນເທຂາຍນ້ຳມັນດິບໃນຄັງນ້ຳມັນສຳຮອງເຊີງຍຸດທະສາດອອກມາພ້ອມໆກັນ ເພື່ອດຶງລາຄານ້ຳມັນດິບໃນຕະຫຼາດໂລກໃຫ້ຕ່ຳລົງມາຢູ່ໃນລະດັບທີ່ພໍຮັບໄດ້ ບໍ່ກໍໃຫ້ເກີດບັນຫາເງິນເຟີ້ເພີ່ມຂຶ້ນເໝືອນທີ່ເປັນຢູ່ໃນຂະນະນີ້.
ປະທານາທິບໍດີໂຈ ໄບເດັນຂອງສະຫະລັດ ໄດ້ສະເໜີບັນຫາດັ່ງກ່າວຕໍ່ ທ່ານ ສີ ຈິ້ນຜິງ ໃນໂອກາດພົບປະທາງໄກຂອງຜູ້ນຳສອງປະເທດເມື່ອວັນທີ 15 ພະຈິກຜ່ານມາ ເຊິ່ງເປັນສ່ວນໜຶ່ງຂອງການຮ່ວມມືດ້ານເສດຖະກິດລະຫວ່າງສະຫະລັດ ກັບ ຈີນ.
ລາຍງານລະບຸວ່າ: ກະຊວງກ່ຽວຂ້ອງດ້ານພະລັງງານຂອງສອງປະເທດ ກຳລັງເດີນໜ້າປຶກສາຫາລືລາຍລະອຽດກ່ຽວກັບບັນຫາດັ່ງກ່າວ ໂດຍຈີນຍິນດີພິຈາລະນາຕາມການສະເໜີຂອງສະຫະລັດ ແຕ່ຍັງບໍ່ຮັບປະກັນ ເນື່ອງຈາກວ່າ ຕ້ອງພິຈາລະນາເຖິງຄວາມຕ້ອງການນ້ຳມັນຢູ່ພາຍໃນປະເທດເສຍກ່ອນ.
[“]ທັງນີ້ ສະຫະລັດອາເມຣິກາ ເປັນປະເທດທີ່ມີນ້ຳມັນດິບໃນຄັງສຳຮອງທີ່ໃຫຍ່ທີ່ສຸດຂອງໂລກໂດຍມີປະລິມານນ້ຳມັນດິບຢູ່ໃນຄັງສຳຮອງເຖິງ 727 ລ້ານບາເຣລ, ໃນຂະນະທີ່ຈີນ ມີນ້ຳມັນດິບຢູ່ໃນຄັງສຳຮອງຍຸດທະສາດປະມານ 200 ລ້ານບາເຣລ ຫຼື ກຸ້ມການນຳເຂົ້າ 40-50 ວັນ, ນອກຈາກນັ້ນ ຈີນ ແລະ ສະຫະລັດ ເປັນສອງປະເທດທີ່ນຳເຂົ້ານ້ຳມັນດິບລາຍໃຫຍ່ທີ່ສຸດຂອງໂລກ ຫາກສອງປະເທດຈັບມືກັນ ຈະສົ່ງຜົນກະທົບຕໍ່ລາຄານ້ຳມັນດິບໃນຕະຫຼາດໂລກຢ່າງແນ່ນອນ.ແນວໃດກໍຕາມ ຫາກຈີນບໍ່ຮ່ວມມືໃນຄັ້ງນີ້ ສະຫະລັດອາເມຣິກາ ກໍຈະປ່ອຍນ້ຳມັນດິບອອກຈາກຄັງສຳຮອງໂດຍຄາດວ່າ ເລີ່ມຈາກອາທິດໜ້າເປັນຕົ້ນໄປ ເພື່ອດຶງລາຄານ້ຳມັນດິບໃນຕະຫຼາດໂລກລົງ ເຊິ່ງຂະນະນີ້ຢູ່ເໜືອ 80 ໂດລາຕໍ່ບາເຣລ.
ທາງດ້ານອົງການພະລັງງານລະຫວ່າງປະເທດ (IEA) ໄດ້ເປີດເຜີຍບົດລາຍງານການຄາດຄະເນລາຄານ້ຳມັນດິບໃນຕະຫຼາດໂລກ ໂດຍຄາດວ່າ ລາຄານ້ຳມັນດິບ ເບຣນ ສະເລ່ຍຕະຫຼອດປີ 2022 ຈະຢູ່ທີ່ 79,40 ໂດລາຕໍ່ບາເຣລ, ສູງກວ່າລາຄານ້ຳມັນຂອງປີນີ້
ເຊິ່ງອາດຈະເຮັດໃຫ້ຜູ້ຜະລິດນ້ຳມັນໃນສະຫະລັດເພີ່ມກຳລັງການຜະລິດຂຶ້ນ ເພື່ອຫຼຸດລາຄານ້ຳມັນໃນຕະຫຼາດໂລກລົງ, ສ່ວນຄວາມຕ້ອງການນ້ຳມັນໃນທົ່ວໂລກນັ້ນ IEA ປະເມີນວ່າ ຈະເພີ່ມຂຶ້ນຢ່າງຕໍ່ເນື່ອງ.