ມີຜູ້ໃຊ້ເຟສບຸກໄດ້ໂພສວ່າ: ຢາກຮູ້ວ່າ, ບ້ານ ເມືອງເຮົາມາຮອດຈຸດນີ້ໄດ້ຈັ່ງໃດ? ຫລືມັນຈະເປັນຈຸດເລີ້ມຕົ້ນຂອງ ຄວາມວຸ້ນວາຍທີ່ຈະເກີດຂື້ນໃນໄວໆ ນີ້? ເລື້ອງມີຢູ່ວ່າ: ຮ້ານຂ້ອຍ ມີຂີ້ລັກມາ ລັກຕັດ ສາຍໄຟ/ທໍ່ທອງແດງ ຂອງແອ ເອົາໄປຂາຍ ເຮັດ ແບບນີ້ ມາ 3-4 ເທື່ອແລ້ວ ໃນຮອບ 2-3 ເດືອນ ທຸກເທື່ອ ຂ້ອຍຕ້ອງໄດ້ ຈ້າງຄົນມາແປງ 3-4 ພັນບາດ ຕໍ່ຫນ່ວຍ ຕໍ່ເທື່ອ ເພາະເປັນແອໃຫຍ່ທີ່ໃຊ້ໄຟ 3 ເຟດ. ຫມົດໄປກັບ ການແປງແອ ກະຫລາຍ, ທັງຄວາມຫຍຸ້ງຍາກທີ່ ຫ້ອງການບໍ່ມີແອ ໃຫ້ ພະນັກງານ / ລູກຄ້າ ໃຊ້.

ເຮັດໃຫ້ຮ້ານຮ້ອນ ຢູ່ເກືອບບໍ່ໄດ້ ແຕ່ລະເທື່ອທີ່ມີເຫດການ ທາງ ເຈົ້າຂອງດິນ ເພິ່ນກໍ່ປະສານງານ ແຈ້ງທາງ ຫ້ອງການບ້ານໃຫ້ , ແລະ ມາເທື່ອທີ່ 3 ນີ້ ຂ້ອຍກະເຂົ້າໄປແຈ້ງເອງ ເພາະ ອົດບໍ່ໄຫວ ອີຫລີ ຄິດໄວ້ວ່າເທື່ອນີ້ ຄັນ ອຳນາດການຈັດຕັ້ງ ເພິ່ນເບິ່ງບໍ່ທົ່ວເຖິງ ກະສິໄດ້ ເບິ່ງເອງ (ກະເຂົ້າໃຈວ່າ ບ້ານໃຫຍ່ ມີຫລາຍຢ່າງຕ້ອງເບິ່ງ) ມື້ວານ ຂີ້ລັກມາຕັດ ທໍ່, ມື້ນີ້ໃຫ້ນ້ອງຊາຍ ພ/ງ ຢູ່ຮ້ານມາ ນອນເຝົ້າ ແລະເພີ້ມ ກ້ອງວົງຈອນໃສ່ຈຸດ ຄອມແອ ອີກຫນ້ອຍຫນຶ່ງ. ຕົກໃຈແຮງ ຕອນ ກ້ອງມັນເຕືອນ ໄປສ່ອງເບິ່ງ ກະມາແທ້ໆ …

ບໍ່ນຶກວ່າສິກ້າມາ 2 ມື້ຊ້ອນ (ຫາກະແປງແອແລ້ວມື້ສວຍນິ)ບອກນ້ອງຊາຍ ຢ່າຟ້າວເຮັດຫຍັງ ສິໂທຫາ ຕຳຫລວດກ່ອນ , ເວລາຜ່ານໄປດົນເຕີບ ບໍ່ມີໃຜຕອບສະຫນອງ ຂ້ອຍເລີຍຕັດສິນໃຈ ໃຫ້ນ້ອງຊາຍ ກັບຫມູ່ລາວຈັບເອງໂລດ ເພາະ ມີລັກຖານຊັດເຈນ ຈັບໄດ້ແລ້ວ ຂ້ອຍກະຮີບອອກໄປຫາ (ເຈົ້າຂອງດິນເພິ່ນກະອອກມາຊ່ວຍ , ຮອງນາຍບ້ານກະອອກມາ) ນາຍບ້ານ ໂທຫາ ຕຳຫລວດກຸ່ມ ເພື່ອມາເອົາໂຕຄົນຮ້າຍ, ໂທບໍ່ຮັບຈັກເທື່ອ (30ນາທີ). ນາຍບ້ານເລີຍອອກໄປຫາ , ກັບມາເພິ່ນວ່າ ປິດຢູ່, ບໍ່ເຫັນໃຜເລີຍ ບໍ່ມີຄົນຢູ່.

ໂສກັນບໍ່ຮູ້ແນວສິເຮັດ, ເຮົາເລີຍໂທຫາ ຜູ້ໃຫຍ່ທີ່ເປັນອ້າຍຮັກ, ເພິ່ນບອກວ່າຄັນ ຕຳຫລວດກຸ່ມບໍ່ຢູ່ , ເອົາຄົນຮ້າຍໄປ ຫາ ປກສ ເມືອງໂລດ ເຮົາກະອອກໄປ ປກສ ເມືອງ ໄປຮອດ ເພິ່ນ ກະເອີ້ນລົງມາແຕ່ຊັ້ນເທິ່ງວ່າ ເຮົາບໍ່ຮັບຄົນເດີ້ , ຢູ່ນີ້ ຕິດ ໂຄວິດ ຫລາຍ, ບາງຄົນກະກັກໂຕ ບໍ່ຮັບຄົນແລ້ວ ເຮົາເລີຍ ຖາມເພິ່ນວ່າ ຊັ້ນ ສິໃຫ້ເຮົາເຮັດຈັ່ງໃດ?

ເຮົາເປັນປະຊາຊົນ ທຳມະດາ, ໂຈນກະຈັບມາແລ້ວ, ສິໃຫ້ປ່ອຍໄປ ກະສ້າງຄວາມ ເສຍຫາຍ ໃຫ້ ເຮົາກັບຄົນ ໃນລະແວກນັ້ນຫລາຍເທື່ອແລ້ວ ເພິ່ນກະວ່າໃຫ້ໄປຫາ ປົກຄອງ ບ້ານກັບຕຳຫລວດ ກຸ່ມ ອີກ (ທັ່ງໆ ທີ່ເຮົາບອກເພິ່ນແລ້ວ ວ່າບໍ່ມີໃຜເຮັດວຽກ ບໍ່ມີໃຜຢູ່) ເພິ່ນກະໂທ ວ່າສິປະສານ ກັບ ຕຳຫລວດກຸ່ມ ແຕ່ກະຕິດຕໍ່ບໍ່ໄດ້ (ໃຊ້ເວລາ ຢູ່ ປກສ ເມືອງ ຊົ່ວໂມງປາຍ ຈົນເຫງົານອນ)

ສຸດທ້າຍ ກະບອກໃຫ້ເຮົາວ່າ ຕ້ອງກັບໄປຫາ ຫ້ອງການບ້ານ ກັບ ກຸ່ມ ເຮົາກະເລີຍບອກວ່າ ຄັນ ກຸ່ມບໍ່ເຮັດວຽກ ບໍ່ມີໃຜຢູ່ ເຮົາ ກະຄືສິໄດ້ ມັດ ໂຈນ ໃສ່ເສົາ ຫ້ອງການປົກຄອງບ້ານເດີ້ ເພາະ ບໍ່ມີ ການຈັດຕັ້ງໃດ ທີ່ຈະຮັບຜິດຊອບ ຫລື ດຳເນີນການ ໃຫ້ເຮົາໄດ້ເລີຍ ກະເລີຍຕ້ອງໄດ້ໂທຫາ ນາຍບ້ານ, ເພິ່ນກະບໍ່ຢາກຮັບແຕ່ກະຈຳໃຈ ເພາະບໍ່ຮູ້ແນວສິເຮັດແລ້ວ.

ສະຫລຸບ: ປະຊາຊົນ ຕ້ອງ ເບິ່ງແຍງໂຕເອງ, ຈັບໂຈນເອງບໍ? ຖ້າຈັບແລ້ວ ຕຳຫລວດກຸ່ມບໍ່ເຮັດວຽກ ສິໃຫ້ປະຊາຊົນ ເຮັດຄຸກເອງ ຂັງໂຈນເອງອີກບໍ?ຖ້າໂຈນຖືກຈັບໄດ້ ແລະ ຮູ້ວ່າບໍ່ມີຕຳຫລວດ ຫລື ອຳນາດ ການປົກຄອງໃດ ທີ່ຈະລົງໂທດ ຫລື ກັກໂຕກະເຈົ້າ ກະເຈົ້າສິບໍ່ໄດ້ໃຈ ຢາກເຮັດຫຍັງກະເຮັດ ລັກຫຍັງກະລັກບໍ? ຖ້າເປັນແບບນີ້ ໂຈນ ສິບໍ່ເຕັມບ້ານເຕັມເມືອງບໍ? ແລ້ວ ໃນທີ່ສຸດ ມັນສິບໍ່ເກີດການຈະລາຈົນບໍ? … ຄຳຖາມ ທີ່ບໍ່ມີຄົນຕອບ …

ປ.ລ. ຮູບສຸດທ້າຍ (ທີ່ຂ້ອຍເອົາ ໂຈນໄປມັດໄວ້ຫນ້າ ຫ້ອງການປົກຄອງບ້ານ) ຂ້ອຍກັບນ້ອງຊາຍ ໄດ້ກັບໄປເອົາຜ້າແພ ຢູ່ຮ້ານ ກັບມາຫົມໃຫ້ລາວແລ້ວ (ຢ້ານລາວຫນາວ … ປານນັ້ນລາວຍັງວ່າບໍ່ຢາກ ຫົ່ມ ມັນຮ້ອນ )

ອັບເດດລ່າສຸດ (19/11/21 ເວລາ ປະມານ 10 ໂມງເຊົ້າ) , ຫ້ອງການບ້ານ ຕິດຕໍ່ຕຳຫລວດບໍ່ໄດ້ , ກະເລີຍ ປ່ອຍມັນໄປ ເອົາຊື່ໆ . … ແລ້ວຮ້ານຂ້ອຍເດ? ແກ້ວ ເຕັມຫນ້າຮ້ານ , ມັນສິບໍ່ມາທຸບບໍ ບາດນິ? ມັນສິບໍ່ກັບໄປລັກ ຂອງຄົນອື່ນອີກບໍ? ມັນສິບໍ່ໄດ້ເດີ້ມເບາະ ? ຈັບໄດ້ ກະເຮັດຫຍັງບໍ່ໄດ້ , ລອຍນວນຕາມເຄີຍ.
ທີ່ມາ:
