ມີໃຜຍັງຈື່ອ້າຍຕຸ້ຍບໍ? ລ່າສຸດມີສາວງາມໃຈບຸນຊື້ລົດຈັກໃໝ່ໃຫ້ເພີ່ນແລ້ວ ດີໃຈນຳເດີ້

ຈາກຜູ້ໃຊ້ເຟສບຸກຊື່Muay Sananya Vks ໄດ້ໂພສໃນວັນທີ 19/11/2021 ວ່າ:  ແລະແລ້ວມື້ທີ່ເສົາຫລັກຂອງຄອບຄົວກໍກັບມາພ້ອມຫນ້າພ້ອມຕາ ອ້າຍຕຸ້ຍ ບ້ານດອນຕະລາດມາແລ້ວຈາ ມື້ນີ້ເລີກງາມຍາມດີເນາະອ້າຍ ໄດ້ລົດໃຫມ່ Wave100 ຄັນ14.500.000ກີບ ເງິນຈາກຄົນໃຈບຸນລວມກັນຊ່ວຍອ້າຍມາ7ລ້ານກີບແຕ່ຕອນນັ້ນຫມວຍຍັງເກັບຮັກສາໄວ້ໃຫ້ອ້າຍເປັນຢ່າງດີເພາະຮູ້ແລ້ວວ່າຈະມີມື້ນີ້ ຟ້າຫລັງຝົນງົດງາມສະເຫມີນັບ.

ມີແຄ່ນີ້ທີ່ຫມວຍຢາກໃຫ້….ຂໍຂອບໃຈທຸກກຳລັງໃຈແລະຜູ້ຮ່ວມຊື້ລົດອ້າຍຕຸ້ຍມາແລ້ວຈາ

ຈາກນີ້ຂໍໃຫ້ອ້າຍເລີ່ມຕົ້ນຊີວິດໃຫມ່ກັບຄອບຄົວຢ່າງມີຄວາມສຸກ ມີສະຕິ ໃຫ້ລົດຄັນນີ້ເປັນລົດຄຳ້ລົດຄູນພາອ້າຍຫາເງິນມາລ້ຽງຄອບຄົວໃຫ້ອ້າຍເປັນຄົນດີ ມີແຄ່ນີ້ທີ່ຫມວຍຢາກໃຫ້….ຂໍຂອບໃຈທຸກກຳລັງໃຈແລະຜູ້ຮ່ວມຊື້ລົດອ້າຍຕຸ້ຍມາແລ້ວຈາ ຫມວຍກໍ່ມາຕາມຄຳສັນຍາເຊັ່ນກັນ

.

.

Related Posts

Leave a Reply

Your email address will not be published. Required fields are marked *