ຜູ້ທີ 1: ເພດຊາຍ, ອາຍຸ 76 ປີ, ອາຊີບ: ພະນັກງານບຳນານ, ບ້ານສີຫອມ, ເມືອງຈັນທະບູລິ, ນະຄອນຫລວງ.
ພະຍາດປະຈໍາຕົວ: ມະເຮັງລຳໄສ້ ແລະ ຄວາມດັນເລືອດສູງຜ່ານມາໄດ້ສັກວັກຊີນກັນໂຄວິດ-19 ຄົບ
ວັນທີ 12 ພະຈິກ 2021: ຄົນເຈັບມີອາການໄຂ້, ໄອ, ຫາຍໃຈຝືດ
ວັນທີ 14 ພະຈິກ 2021: ໄດ້ມາກວດ ຢູ່ໂຮງໝໍມິດຕະພາບ ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19
ວັນທີ 15 ພະຈິກ 2021: ຜົນກວດພົບເຊື້ອ ແລະ ເຂົ້ານອນປິ່ນປົວຢູ່ໂຮງໝໍມິດຕະພາບ ໄລຍະນອນປິ່ນປົວຢູ່ໂຮງໝໍດັ່ງກ່າວ
ແຕ່ວັນທີ 15-18 ພະຈິກ 2021 ເປັນເວລາ 04 ວັນ
ຮອດເວລາ 18:18 ນາທີ ຂອງວັນທີ 18 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ
ຜູ້ທີ 2: ເພດຍິງ, ອາຍຸ 82ປີ, ອາຊີບ: ແມ່ເຮືອນ, ບ້ານພູເຂົາຄຳ, ເມືອງແກ້ວອຸດົມ, ແຂວງວຽງຈັນ
ພະຍາດປະຈໍາຕົວ: ຄວາມດັນເລືອດສູງ
ຜ່ານມາບໍ່ໄດ້ຮັບການສັກວັກຊີນກັນໂຄວິດ-19
ຜູ້ກ່ຽວຕິດເຊື້ອຈາກສະມາຊິກໃນຄອບຄົວວັນທີ 9 ພະຈິກ 2021: ຜົນກວດຢັ້ງຢືນຕິດເຊື້ອ ແລະ ຖືກນຳສົ່ງຈາກໂຮງໝໍເມືອງແກ້ວອຸດົມ ເຂົ້າມາສູນປິ່ນປົວໂຄວິດໂພນໂຮງ ດ້ວຍອາການອິດເມື່ອຍ, ຫາຍໃຈຝືດ, ແໜ້ນໜ້າເອິກ, ໄຂ້ ແລະ ໄອ
ນັບແຕ່ວັນທີ 09-18 ພະຈິກ 2021: ໃນຕະຫລອດໄລຍະການປິ່ນປົວ ອາການຂອງຜູ້ກ່ຽວບໍ່ດີຂຶ້ນ
ວັນທີ 17 ພະຈິກ 2021: ຄົນເຈັບຫາຍໃຈຫອບ ແພດໝໍ, ພະຍາບານໄດ້ສຸມທຸກກຳລັງເຊີດຊູທັງຢາ ແລະ ອຸປະກອນເຕັມທີ່ ແຕ່ຄົນເຈັບບໍ່ມີອາການຕອບສະໜອງມາຮອດເວລາ 16:30 ໂມງ ຂອງວັນທີ 18 ພະຈິກ 2021 ຜູ້ກ່ຽວໄດ້ເສຍຊີວິດ
ຜູ້ທີ 3: ເພດຊາຍ, ອາຍຸ 1 ເດືອນ 14 ມື້, ອາຊີບ: ເດັກ, ບ້ານຜາບ່ອງ, ເມືອງຫີນເຫີບ, ແຂວງວຽງຈັນ
ຕິດເຊື້ອຈາກສະມາຊິກໃນຄອບຄົວ
ວັນທີ 17 ພະຈິກ 2021: ເຂົ້າໄປກວດຢູ່ສຸກເສີນໂຮງຫມໍແຂວງວຽງຈັນ ຍ້ອນອາການໄຂ້, ຮາກ, ຖ່າຍເປັນນໍ້າດູດນົມໄດ້ເລັກນ້ອຍ ຈຶ່ງໄດ້ເກັບຕົວຢ່າງກວດ ຜົນເປັນບວກ ແລະ ຖືກສົ່ງໂຕມາສູນປິ່ນປົວໂຄວິດໂພນໂຮງ
ວັນທີ 18 ພະຈິກ 2021: ເດັກບໍ່ດູດນົມ, ຫາຍໃຈໄວ, ອາການທາງລະບົບຫາຍໃຈຊຸດໂຊມ, ແພດໄດ້ສຸມໃສ່ເຊີດຊູໃຫ້ຢາເຕັມທີ່ ແຕ່ຄົນເຈັບບໍ່ມີການຕອບສະໜອງ – ມາຮອດເວລາ 4:00 ໂມງ ຂອງວັນທີ 19 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ
ສຳລັບຜູ້ຕິດເຊື້ອໃໝ່, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 5,987 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 1,097 ຄົນ (ຕິດເຊື້ອພາຍໃນ ມີ 1,082 ຄົນ ແລະ ຕິດເຊື້ອນໍາເຂົ້າ15 ຄົນ).
