
ໃນວັນທີ16ພະຈິກ ປີ 2021 , ພະແນກເຕັກນິກກອງພັນໃຫຍ່201 ກອງພົນທີ 2 ໄດ້ລົງເກັບກ່ຽວເຂົ້ານາປີຊ່ວຍເຫຼືອພໍ່ແມ່ປະຊາຊົນ ແລະ ອໍານາດການປົກຄອງ ທ້ອງຖີ່ນຢູ່ບ້ານຮາກຖານ ບ້ານນາຕ້າ ເມືອງປາກລາຍ ແຂວງໄຊຍະບູລີ.

ນຳພາໂດຍ ສະຫາຍ ພັນໂທ ຄໍາເພັດ ທຸມມີມາ ຫົວໜ້າພະແນກເຕັກນິກກອງພັນ ໃຫຍ່ 201ພ້ອມດ້ວຍຄະນະ ແລະ ພະນັກງານ-ນັກຮົມຢູ່ພາຍໃນກົມກອງຈຳນວນ 25ສະຫາຍ

ທັ້ງນີ້ກໍ່ເພື່ອຫັດແໜ້ນຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ກອງທັບ ແລະ ປະຊາຊົນ ເພື່ອແກ້ໄຂຊິວິດການເປັນຢູ່ໃຫ້ດີຂື້ນເປັນກ້າວໆ ແລະພ້ອມກັນຮັກສາມູນເຊື້ອອັນດີງາມ ໃຫ້ໝັ້ນຄົງຕະຫຼອດໄປ.

ທີ່ມາ:Lao people’s Army News