ເກີດແຜ່ນດິນໄຫວ ຢູ່ແຂວງຜົ້ງສາລີ ຄວາມແຮງສັ່ນສະເທືອນ ວັດແທກໄດ້ 4.8 ຣີກເຕີ ເກີດແຜ່ນດິນໄຫວ ຢູ່ແຂວງຜົ້ງສາລີສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໃນຂອບເຂດທົ່ວ.
ປະເທດ ໄດ້ລາຍງານວ່າ: ພົບສັນຍານການເກີດແຜ່ນດິນໄຫວພາຍໃນ ປະເທດລາວ ໃນວັນທີ 16 ພະຈິກ 2021 ເວລາ 12:22 ໂມງ ຈໍານວນ 01 ຄັ້ງ ຢູ່ບໍລິເວນ ແຂວງຜົ້ງສາລີ ຈຸດສູນກາງຢູ່ເສັ້ນຂະໜານທີ 22.18 ອົງສາເໜືອ ແລະ.

ເສັ້ນແວງທີ 101.71 ອົງສາຕາເວັນອອກ, ຄວາມແຮງສັ່ນສະເທືອນ ວັດແທກໄດ້ 4.8 ຣີກເຕີ ມີຄວາມເລິກຈາກເທິງໜ້າດິນປະມານ 9 ກິໂລ ແມັດ ຈຸດສູນກາງເກີດແຜ່ນດິນໄຫວ
ຢູ່ບໍລິເວນ ບ້ານນາຫລວງ ເມືອງ ຍອດອູ ແຂວງຜົ້ງສາລີ ເຊິ່ງຈຸດເກີດແຜ່ນດິນໄຫວດັ່ງກ່າວແມ່ນຫ່າງຈາກ ເທສະບານເມືອງຍອດອູ ປະມານ 11 ກິໂລແມັດ. ເຫດການແຜ່ນດິນໄຫວ ດັ່ງກ່າວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.