
ໃນວັນທີ 16 ພະຈິກ 2021 ນີ້, ພາກລັດ ແລະ ພາກທຸລະກິດ ໄດ້ຮ່ວມກອງປະຊຸມແບບທາງໄກ ເພື່ອປຶກສາຫາລືການກະກຽມແຜນເປີດປະເທດ ຕ້ອນຮັບນັກທ່ອງທ່ຽວ ໂດຍມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີຜູ້ຕາງໜ້າຈາກບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມ, ໄດ້ປຶກສາຫາລືຫລາຍບັນຫາສຳຄັນ ເພື່ອຄົ້ນຄວ້າກໍານົດອອກເປັນນະໂຍບາຍລວມ, ມີຄວາມເປັນເອກະພາບບັນດາຂັ້ນຕອນ ໃນການຈັດຕັ້ງປະຕິບັດ, ແນໃສ່ກຳນົດວິທີການ, ກົນໄກ, ການປະສານງານ ແລະ ຄວາມເປັນເອກະພາບ
ຂັ້ນຕອນໃນການເປີດປະເທດ ໂດຍສະເພາະເພື່ອຕ້ອນຮັບນັກທ່ອງທ່ຽວ, ເຊິ່ງຈະໄດ້ກຳນົດຈຸດ ຫລື ສະຖານທີ່ ທີ່ຈະເປີດການທ່ອງທ່ອງ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກທ່ອງທ່ຽວ ຕໍ່ມາດຕາການຮັກສາຄວາມປອດໄພຂອງ ສປປ ລາວ ເຊິ່ງເປັນປັດໄຈສໍາຄັນຕົ້ນຕໍ ໃນການດຶງດູດນັກທ່ອງທ່ຽວເຂົ້າປະເທດ ໃນສະພາບທີ່ມີການແພ່ລະບາດຂອງພະຍາດໂຄວິດ-19.
ທ່ານ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກ່າວວ່າ: ການເປີດປະເທດຂອງພວກເຮົາ ແມ່ນບໍ່ສາມາດເປີດພ້ອມກັນໄດ້ບາດດຽວ ຕ້ອງໄດ້ເປີດເປັນແຕ່ລະຂະແໜງການ.
ສໍາລັບຂົງເຂດການທ່ອງທ່ຽວ ກໍເຊັ່ນດຽວກັນຕ້ອງໄດ້ເບິ່ງສະພາບຕົວຈິງ ໂດຍເລີ່ມຈາກ ບັນດາແຂວງທີ່ມີທ່າແຮງດ້ານການທ່ອງທ່ຽວ, ເຊິ່ງສ່ວນຫລາຍແຂວງທີ່ມີທ່າແຮງພັດມີສະພາບການລະບາດຂອງພະຍາດໂຄວິດ-19 ໃນລະດັບຕົ້ນໆຂອງປະເທດ ເປັນຕົ້ນ ນະຄອນຫລວງວຽງຈັນ, ແຂວງຫລວງພະບາງ, ແຂວງວຽງຈັນ(ວັງວຽງ) ແລະ ແຂວງຈຳປາສັກ ແຕ່ພວກເຮົາກໍຕ້ອງໄດ້ຄົ້ນຄວ້າມາດຕາການແກ້ໄຂ.
ຕໍ່ບັນຫາດັ່ງກ່າວ, ກະ ຊວງ ຖວທ ແລະ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໄດ້ຈັດກອງປະ ຊຸມປຶກສາຫາລື ມາກ່ອນໜ້ານີ້ແລ້ວ ເຫັນວ່າພາກທຸລະກິດສ່ວນຫລາຍ ແມ່ນມີຄວາມພ້ອມ ແຕ່ກໍຍັງມີຄວາມກັງວົນ ຍ້ອນພາກລັດບໍ່ທັນມີນະໂຍບາຍ, ນິຕິກໍາ ໃນການເປີດປະເທດໃນສະພາບການແພ່ລະບາດຂອງພະຍາດໂຄວິດ-19.
ການເປີດປະເທດ ແລະ ເປີດການທ່ອງທ່ຽວນັ້ນ, ແຕ່ລະຂະແໜງການຕ້ອງມີການກຽມພ້ອມ, ມີແຜນຮອງຮັບ ແລະ ມາດຕາການລະອຽດໃນການຮັກສາຄວາມປອດໄພ, ປ້ອງກັນການລະບາດຂອງພະຍາດໂຄວິດ-19 ເປັນຕົ້ນ ເວລານັກທ່ອງທ່ຽວເຂົ້າມາແລ້ວຈະມີການກັກຕົວແນວໃດ, ຖ້າມີການຕິດເຊື້ອຈະປິ່ນປົວຮັກສາແນວໃດ ແລະ ມາດຕະການປ້ອງກັນອື່ນໆ.
ຂ່າວ-ພາບ: ທະນູທອງ