ປກສ ນະຄອນຫຼວງວຽງຈັນ ໄດ້ລາຍງານວ່າ: ໃນໄລຍະການ ແ ຜ ່ລ ະ ບາດຂອງພະຍາດໂຄວິດ -19 ກໍາລັງເພີ່ມຂຶ້ນ ພັອ ສຸກພະຈັນ ບຸດດາຄໍາ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ຊີ້ນໍາ ແລະ ມອບໝາຍ ໃຫ້ກໍາລັງປ້ອງກັນຄວາມສະຫງົບ ທຸກເລົ່າລົບການເຄື່ອນໄຫວຢ່າງແຂງແຮງກວດກາບັນດາຫ້າງຮ້ານເປີດບໍລິການເຫຼົ້າ, ເບຍ, ຮ້ານອິນເຕີເນັດກາເຟ ແມ່ນໃຫ້ສຶກສາອົບຮົມ ແລະ ນໍາໃຊ້ມາດຕະການປັບໄໝຕາມແຈ້ງການ.

ໃຫ້ຕິດຕາມການຕັ້ງວົງຊຸມແຊວ, ດື່ມສິ່ງມືນເມົາໃຫ້ສຶກສາອົບຮົມປັບໄໝຕາມແຈ້ງການ.

ເອົາໃຈໃສ່ໂຄສະນາມາດຕະການປ້ອງກັນການລະບາດພະຍາດ,ຄວບ, ຜູ້ມີຄວາມສ່ຽງບໍ່ໃຫ້ເຄື່ອນໄຫວໄປມາ.
ນໍາພາ ປກສ ກອງຫຼອນປ້ອງກັນບ້ານແດງຢ່າງເຂັ້ມງວດ.

ທັງນີ້, ປກສ ນວ ຍັງຮຽກຮ້ອງມາຍັງທຸກຄົນ, ຫົວໜ່ວຍທຸລະກິດ, ຜູ້ປະກອບການ, ຮ້ານອາຫານກິນດື່ມ, ບັນເທິງ, ຮ້ານອິນເຕີເນັດກາເຟ, ໃຫ້ພ້ອມກັນຈັດຕັ້ງປະຕິບັດມາດຕະການຢ່າງເຂັ້ມງວດ ຖ້າມີການຝ່າຝືນ ເຈົ້າໜ້າທີ່ຈະໄດ້ນໍາໃຊ້ມາດຕະການ ເຂັ້ມງວດ