+ຖືວ່າສຳເລັດລົງດ້ວຍຄວາມຈົບງາມ ແລະ ຂໍໃຫ້ດວງວິນຍານຂອງທ້າວສຸກ ອາຍຸ 33ປີ ບ້ານໃໝ່ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຈົ່ງໄປສູ່ສຸຂະຕິ.

– ຕາງໜ້າໃຫ້ການຈັດຕັ້ງທຸກພາກສ່ວນໂດຍ ສະເພາະກໍຄືທາງໜ່ວຍງານຂອງພວກເຮົາ ພ້ອມດ້ວຍຄອບຄົວຂອງຜູ້ກ່ຽວ ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງຜູ້ໃຈບຸນທັງຫຼາຍ ພ້ອມດ້ວຍທຸກໆທ່ານທີ່ໃຫ້ການຊ່ວຍເຫຼືອກິນທານຮ່ວມກັບໜ່ວຍງານຂອງພວກເຮົາ.

ຈຶ່ງສາມາດຈັດງານສົບໃນຄັ້ງນີ້ໄດ້ສຳເລັດໄປດ້ວຍດີ ແລະ ຂໍອ້າງອີງເອົາຄຸນຂອງພຣະຣັດຕະນະໄຕຣຄື ຄຸນພຣະພຸດ ຄຸນພຣະທັມ ຄຸນພຣະສົງ ຄຸນທານບາຣະມີ ສິນບາຣະມີ ພາວະນາບາຣະມີ ທີ່ທ່ານສັ່ງສົມອົບຮົມດີແລ້ວ.

ຈົ່ງເປັນເຫດປັຈຈັຍ ປົກປັກຮັກສາ ຄຸ້ມຄອງຄອບຄົວຂອງ ຜູ້ໃຈບຸນ ເຈົ້າພາບ ເຈົ້າສັດທາ ຮ່ວມຊ່ວຍເຫຼືອ ກິນທານ ຮ່ວມກັນ ຂໍໃຫ້ມີແຕ່ຄວາມສຸກກາຍ ສຸກໃຈ ຈະເຣີນຮຸ່ງເຮືອງ ມີອາຍຸຍືນຍາວ ມີຜີວພັນຜຸດຜອງໃສ ງາມບໍຣິສຸດສະອາດ ມີກຳລັງສະຕິປັນຍຜ່ານຜ່າອຸປະສັກ ຈະເຣີນສິນ ຈະເຣີນທານ ຈະເຣີນທາງຄູ່ຄອງ ຄອບຄົວ ເຮືອນຊານ ບໍລິວານມະຫາສານ.

ຈະເຣີນໃນຫນ້າທີ່ການງານ ຈະເຣີນທາງດ້ານຊັບ ທຸລະກິດການງານ ການຄ້າການຂາຍ ລາບຍົດສັນລະເສີນມະຫາສານ ບໍຣິວານມະຫາສານ ສົມຄວາມມຸ້ງຫວັງປາດຖະໜາທຸກປະການ ແລະ ຂໍໃຫ້ເຮັງໆລວຍໆ ຕະຫຼອດໄປດ້ວຍ ເທີ້ນ…ສາທຸ🙏🙏🙏🙏🙏

Related Posts

Leave a Reply

Your email address will not be published. Required fields are marked *