ສານປະຊາຊົນ ແຂວງຈຳປາສັກ ຕັດສິນປະຫານຊີວິດຈຳເລີຍຈຳນວນ 5 ຄົນຂໍ້ຫາຄ້າຂາຍຢາເສບຕິດ

ສານປະຊາຊົນ ແຂວງຈຳປາສັກ ຕັດສິນປະຫານຊີວິດຈຳເລີຍຈຳນວນ 5 ຄົນຂໍ້ຫາຄ້າຂາຍຢາເສບຕິດ

ໃນຕອນເຊົ້າຂອງວັນທີ 26 ສິງຫາ 2021 ຄະນະສານອາຍາຂອງສານປະຊົນແຂວງຈຳປາສັກ ໃດ້ພິຈາລະນາຄະດີອາຍາເລກທີ 234/ຂຕ.ອ, ລົງວັນທີ 14 ກໍລະກົດ 2021 ແລະ ຄະດີອາຍາເລກທີ 240/ຂຕ.ອ, ລົງວັນທີ 21 ກໍລະກົດ 2021 ຢູ່ທີ່ຄ້າຍຄຸມຂັງດັດສ້າງແຂວງຈຳປາສັກ.

ສຳນວນຄະດີອາຍາເລື່ອງທີ 01 ຈຳເລີຍທັງໝົດແມ່ນມີ 03 ຄົນຄື: (ຈຳເລີຍ01) ທ່າວ ກອງມະນີ ໄຊວັນດີ ຫຼື ຕຸ້ຍ ອາຍຸ 36 ປີ, ສັນຊາດລາວ, ອາຊີບກຳມະກອນ, ຢູ່ທີ່ບ້ານນາປູນ,ເມືອງແກ້ວອຸດົມ, ແຂວງວຽງຈັນ, (ຈຳເລີຍ02) ທ້າວ ໂພໄຊ ແກ້ວຟອງຕາ, ອາຍຸ 36 ປີ, ສັນຊາດລາວ, ອາຊີບກຳມະກອນ, ຢູ່ທີ່ບ້ານດອນເພັກ, ເມືອງຊະນະສົມບູນ, ແຂວງຈຳປາສັກ ແລະ (ຈຳເລີຍ 03) ທ້າວ ສີວອນ ວິສີສົມບັດ ຫຼື (ວອນ), ອາຍຸ 36 ປີ, ສັນຊາດລາວ, ອາຊີບກຳມະກອນ, ຢູ່ທີ່ບ້ານໜອງວຽງຄຳ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ.

ຜ່ານການຄົ້ນຄົ້ວະຂໍ້ມູນຫຼັກຖານ ແລະ ຜົນຂອງການໄຕ່ສວນຄະດີໃນທີ່ປະຊຸມສານຢ່າງລະອຽດຖີ່ຖ້ວນ, ຈະແຈ້ງ ແລະ ພາວະວິໄສແລ້ວເຫັນວ່າ: ພວກຈຳເລີຍທັງສາມຄົນແມ່ນໃດ້ເລີ່ມເຄື່ອນໄຫວພົວພັນໃນການຄ້າ-ຂາຍຢາເສບຕິດ (ປະເພດຢາບ້າ ແລະ ຢາໄອສ໌) ມາແຕ່ຕົ້ນເດືອນພຶດສະພາ 2020 ແລະ ຕົກມາຮອດເດືອນສິງຫາ 2020 ພວກຜູ້ກ່ຽວແມ່ນໃດ້ຕິດຕໍ່ພົວພັນກັບຄົນກຳປູເຈຍ ເພື່ອຈະເອົາຢາໄອສ໌ ຈຳນວນ 60 ກິໂລ ເຊີ່ງຕົງລົງຊື້-ຂາຍກັນໃນລາຄາ ໂລລະ 3.500 ໂດລາ ແລະ ຢາບ້າຈຳນວນ 08 ແພັກ ຫຼືເທົ່າກັບ 24 ມັດ ຕົກລົງຊື້-ຂາຍກັນໃນລາຄາແພັກລະ 50.000 ບາດ ຕົກມາຮອດວັນທີ 03 ກັນຍາ 2020 ພວກຜູ້ກ່ຽວທັງສາມຄົນໃດ້ນຳໃຊ້ພາຫະນະ ປະເພດລົດຍີ່ຫໍ້ໂຕໂຢຕ້າ ຟໍຈູນເນີ ສີຂາວ ທະບຽນ 8999 ວຽງຈັນ ພວກຈຳເລີຍທັງ 03 ຄົນ ໃດ້ເອົາຢາໄອສ໌ ແລະ ຢາບ້າທີ່ບັນຈຸຢູ່ໃນຫີບໃສ່ເຄື່ອງນຸ່ງຂື້ນໃສ່ທ້າຍລົດຟໍຈຸນເນີ ຢູ່ທີ່ແຂວງວຽງຈັນ ແລ້ວພາກັນຂັບຂີ່ລົດພ້ອມຢາເສບຕິດລົງມາເມືອງໂຂງ, ແຂວງຈຳປາສັກ ເພື່ອຈະເອົາຢາເສບຕິດມາຂາຍໃຫ້ກັບຄົນກຳປູເຈຍ ເມື່ອມາຮອດຈຸດດ່ານກວດຫຼັກ 84 ເຂດບ້ານນາຝັ່ງ, ເມືອງໂຂງ, ແຂວງຈຳປາສັກ ເວລາປະມານ 05 ໂມງ ຂອງວັນທີ 04 ກັນຍາ 2020 ເຈົ້າໜ້າທີ່ໃດ້ສັນຍານໃຫ້ພວກກ່ຽວຈອດລົດ ເພື່ອກວດກາເອກະສານລົດ ແຕ່ພວກຜູ້ກ່ຽວແມ່ນໃດ້ຂັບລົດຟໍຈຸນເນີຝ່າດ່ານຂອງເຈົ້າໜ້າທີ່ຕຳຫຼວດ ລົງໄປທາງເມືອງໂຂງ ຕໍ່ມາພວກກ່ຽວທັງສາມຄົນຈີ່ງຖືກເຈົ້າຫນ້າທີ່ຕຳຫຼວດກັກຕົວ ພ້ອມດ້ວຍຂອງກາງ ຢາໄອສ໌ 60 ກິໂລ ແລະ ຢາບ້າຈຳນວນ 24 ມັດ ມາດຳເນີນຄະດີຕາມລະບຽບກົດໝາຍ.

ສຳນວນຄະດີອາຍາເລື່ອງທີ 02 ຈຳເລີຍທັງໝົດແມ່ນມີ 02 ຄົນຄື: (ຈຳເລີຍ 01 ) ທ້າວ ບຸນເລີດ ບຸດນວນຈະເລີນ, ອາຍຸ 33 ປີ, ສັນຊາດລາວ, ອາຊີບພະນັກງານຄູ, ຢູ່ທີ່ບ້ານໂພນທອງ, ເມືອງຄຳເກີດ, ແຂວງບໍລິຄຳໄຊ ແລະ ທ້າວ ສຸລິນ ອິນທະວົງສາ, ອາຍຸ 30 ປີ, ສັນຊາດລາວ, ອາຊີບກຳມະກອນ, ຢູ່ທີ່ບ້ານກ້ວຍແກ້ວ, ເມືອງຄຳເກີດ, ແຂວງບໍລິຄຳໄຊ ຜ່ານການໄຕ່ສວ່ນໃນທີ່ປະຊຸມສານ ແລະ ຕາມຄຳຮັບສາລະພາບຂອງພວກຈຳເຫັນເຫັນວ່າພວກຜູ້ກ່ຽວແມ່ນໃດ້ມີການເຄື່ຶອນໄຫວພົວພັນຄ້າ-ຂາຍຢາເສບຕິດຄື: ໃນວັນທີ 15 ກໍລະກົດ 2020 ທ້າວ ສຸລິນ ( ຈຳເລີຍ 2) ໃດ້ຕິດຕໍ່ພົວພັນກັບທ້າວ ຕຸດ ຈຸດປະສົ່ງແມ່ນເພື່ອຈະຊື້-ຂາຍຢາເສບຕິດເປັນຈຳນວນຫຼາຍ ຕົກລົງຊື້-ຂາຍກັນໃນລາຄາມັດລະ 30.000 ບາດ ຫລັງຈາກນັ້ນທ້າວ ສຸລິນ (ຈຳເລີຍ 02 ) ແມ່ນໃດ້ໄປຫາທ້າວ ເລີດ (ຈຳເລີຍ 01 ) ວ່າມີຄົນຕ້ອງການຊື້ຢາບ້າຈຳນວນຫຼາຍ ແລະ ພວກຜູ້ກ່ຽວກໍໄດ້ພາກັນຊອກຊື້ຢ້າບ້າຈຳນວນ 79 ມັດ ກັບ 09 ຖົງ ຊື້ໃນລາຄາມັດລະ 9.000 ບາດ ສ່ວນຜົນກຳໄລຈາກການຂາຍຢາເສບຕິດແມ່ນຕົກລົງຈະແບ່ງກັນຄົນລະເຄີ່ງ. ມາຮອດວັນທີ 17 ກໍລະກົດ 2020 ທ້າວ ສຸລິນ ແລະ ທ້າວ ບຸນເລີດ ໄດ້ຂັບຂີ່ລົດຍີ່ຫໍ້ໂຕໂຢຕ້າ ຣິໂວ ສີຂາວ ໝາຍເລກທະບຽນ 1689 ກຳແພງນະຄອນ ໄປຊື້ຢາບ້ານຳທ້າວ ຫຍົງ ຈຳນວນ 79 ມັດ ແລະ 09 ຖົງ ເຊິ່ງເທົ່າກັບ ( 159.800 ເມັດ) ຊື້ໃນລາຄາ 720.000 ບາດ ເມື່ອໃດ້ຢາເສບຕິດແລ້ວ ຈຸດປະສົງຂອງພວກຈຳເລີຍ ແມ່ນເພື່ອຈະເອົາຢາບ້າມາຂາຍໃຫ້ກັບເຖົ້າແກ່ (ບໍ່ຮູ້ຊື່) ຢູ່ເຂດບ້ານໂພນສະອາດ, ນະຄອນປາກເຊ,ແຂວງຈຳປາສັກ ຕົກມາຮອດວັນທີ 18 ກໍລະກົດ 2020 ເວລາປະມານ 07 ໂມງ ພວກຜູ້ກ່ຽວທັງສອງຈີ່ງຖືກເຈົ້າໜ້າທີ່ກັກຕົວມາດຳເນີນຄະດີຕາມລະບຽບກົດໝາຍ ແລະ ພອ້ມດ້ວຍຂ້ອງກາງຢ້າບ້າຈຳນວນ 79 ມັດ ແລະ 09 ຖົງ ຫຼືເທົ່າກັບ 159.800 ເມັດ.

ເຫັນວ່າການກະທຳຂອງພວກຈຳເລີຍທັງ 05 ຄົນ ແມ່ນເປັນການກະທຳຜິດທາງອາຍາແທ້ ເຊີ່ງເປັນການກະທຳຜິດໃນສະຖານຄ້າ-ຂາຍຢາເສບຕິດ (ຢາບ້າ ແລະ ຢາໄອສ໌) ຕໍ່ກັບການກະທຳຜິດຂອງພວກຈຳເລີຍ ສະແດງໃຫ້ເຫັນເຖີງແນວຄິດທີ່ບໍ່ດີ, ບໍ່ເຄົາລົບຕໍ່ກົດໝາຍ, ທັງທີ່ພວກຈຳເລີຍກໍຮູ້ດີວ່າ: ຢາເສບຕິດເປັນໄພອັນຕະລາຍທີ່ຄຸກຄາມ , ເບື່ອເມົາເຍົາວະຊົນ ແລະ ຊາວໝຸ່ມ ທີ່ເປັນຫນໍ່ແໜງຂອງປະເທດຊາດໃນອະນາຄົດ ສາມາດຄາດຄະເນໄດ້ ເຖີງຄວາມເປັນອັນຕະລາຍຂອງຢາເສບຕິດ ແລະ ຄາດຄະເນໄດ້ວ່າການກະທຳຂອງພວກຈຳເລີຍແມ່ນເປັນການກະທຳຜິດຕໍ່ລະບຽບກົດໝາຍແທ້ ແຕ່ພວກຈຳເລີຍກໍຍັງຈົງໃຈໃນການຄ້າ-ຂາຍຢາເສບຕິດ.

ດ້ວຍເຫດນີ້, ຄະນະສານອາຍາຂອງສານປະຊາຊົນແຂວງຈຳປາສັກ ຈື່ງໄດ້ຕັດສິນຄະດີນີ້ຕໍ່ໜ້າປະຊາຊົນເປັນຂັ້ນຕົ້ນ ໂດຍຊ້ອງໜ້າໂຈດ, ທະນາຍຄວາມ ແລະ ພວກຈຳເລີຍ, ບອກວ່າ:ພວກຈຳເລີຍທັງ 05 ຄົນ ແມ່ນມີຄວາມຜິດໃນສະຖານຄ້າ – ຂາຍຢາເສບຕິດ (ປະເພດຢາບ້າ ແລະ ຢາໄອສ໌) ລົງໂທດປະຫານຊີວິດພວກຈຳເລີຍ 05 ຄົນ

ຂໍ້ມູນ: https://www.facebook.com/100028385209726/posts/710745989881568/?d=n

Related Posts

Leave a Reply

Your email address will not be published. Required fields are marked *