ກອງປະຊຸມກະກຽມເປີດນຳໃຊ້ໂຄງການທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ

ຕອນເຊົ້າຂອງວັນທີ 13 ພະຈິກ 2021​ ທີ່ຫ້ອງປະຊຸມແຄ້ມ ໂຄງການກໍ່ສ້າງສະຖານີລົດໄຟນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມກະກຽມພິທີເປີດນຳໃຊ້ໂຄງການທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ.

ໂດຍການເປັນປະທານຂອງ​ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ມີບັນດາທ່ານຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ ແລະ ວິຊາການ ພາກສ່ວນທີ່ກ່ຽວຂ້ອງ ພ້ອມດ້ວຍຄະນະອຳນວຍການບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ ແລະ ພະນັກງານວິຊາການ ເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້, ແມ່ນກະກຽມພິທີເປີດນຳໃຊ້ໂຄງການທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ ໃນວັນທີ 3 ທັນວາ 2021 ທີ່ຈະມາເຖິງນີ້.ກອງປະຊຸມ ກໍໄດ້ຮັບຟັງການລາຍງານການກະກຽມພິທີເປີດ, ການປະກອບຄຳເຫັນ ແລະ ການແລກປ່ຽນຄວາມຄິດເຫັນ ຈາກບັນດາຜູ້ເຂົ້າຮ່ວມ ເຊັ່ນ:

ວຽກງານພິທີການ, ວຽກງານການຖ່າຍທອດສົດ, ວຽກງານທາງສາສະໜາ, ວຽກງານປ້ອງກັນພະຍາດໂຄວິດ-19 ແລະ ວຽກງານອື່ນໆ.​ ນອກນີ້ຍັງໄດ້ໄດ້ຮັບຟັງການລາຍງານຄວາມຄືບໜ້າການກະກຽມພິທີເປີດທາງລົດໄຟຈາກບໍລິສັດລົດໄຟ ລາວ-ຈີນ ຈຳກັດ.

ໃນຕອນທ້າຍຂອງກອງປະຊຸມ ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ປະກອບຄຳຄິດເຫັນ ແລະ ໃຫ້ທິດຊິ້ນຳຕໍ່ກອງປະຊຸມ. ຫຼັງຈາກປິດກອງປະຊຸມແລ້ວ ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ກໍໄດ້ຢ້ຽມຢາມຊົມສະຖານີລົດໄຟ ລາວ- ຈີນ.

Related Posts

Leave a Reply

Your email address will not be published. Required fields are marked *