ນີ້ແມ່ນບັນຫາໂລກແຕກຂອງຜູ້ຊາຍລັນລາ ຫຼື ຜູ້ຍິງລັນລາທັງຫຼາຍໃນຍຸກນີ້.
ຄຳຖາມຈາກທາງບ້ານ “ອ້າຍທະນາຍ ນ້ອງຢາກຖາມຄຳຖາມໜຶ່ງທີ່ຟັງແລ້ວອາດຈະຕະຫຼົກແນ່ ຄື: ຖ້າແຟນຂອງນ້ອງລັກກວດໂທລະຊັບ (ແຊັດ, ຂໍ້ຄວາມ ຫຼື ຮູບພາບຕ່າງໆ ໃນໂທລະຊັບ) ຂອງນ້ອງລາວ ຈະມີຄວາມຜິດທາງກົດໝາຍບໍ່?
ພວກເຮົາ Phomsoupha & Son Law ມີຄຳເຫັນວ່າ:
ນີ້ແມ່ນຄຳຖາມທີ່ແປກໃໝ່ຫຼາຍ ບໍ່ຄິດວ່າສິມີຄົນຖາມ ຮາຮາ (ອ້າຍທະນາຍຄວາມ ຍິ້ມນ້ອຍໆ). ຟັງເບິ່ງຄືເປັນເລື່ອງນ້ອຍສຳລັບຫຼາຍຄົນ ແຕ່ສຳລັບບາງຄົນແລ້ວນີ້ແມ່ນບັນຫາໃຫຍ່ເຖິງຂັ້ນບັນທອນຄວາມສຳພັນໄດ້ເລີຍ.
ຕາມຫຼັກການກົດໝາຍແລ້ວ ຊັບສິນທຸກຢ່າງເມື່ອເຮົາມີກຳມະສິດສົມບູນໃນສິ່ງຂອງນັ້ນ, ເມື່ອມີການນຳໃຊ້ໂດຍບໍ່ໄດ້ຮັບອານຸຍາດຈາກເຈົ້າຂອງຊັບ ຈະຖືວ່າລະເມີດກຳມະສິດ. ການລັກກວດໂທລະຊັບແຟນກໍເຊັ່ນກັນ ຖ້າບໍ່ໄດ້ຮັບອານຸຍາດອາດຈະມີຄວາມຜິດທາງອາຍາກໍເປັນໄດ້.
ຕາມຫລັກການທີ່ກຳນົດໄວ້ໃນມາດຕາ 229 ຂອງປະມວນກົດໝາຍອາຍາ ປີ 2017 ກຳນົດໄວ້ວ່າ: ບຸກຄົນໃດຫາກໄດ້ລັກເປີດ ຈົດໝາຍ, ຈົດໝາຍເອເລັກໂຕຣນິກ, ໂທລະເລກ ຫຼື ເອກະສານອື່ນ ຫຼື ລັກຟັງໂທລະຊັບຂອງຜູ້ອື່ນ ຊຶ່ງເປັນການກໍ່ຄວາມເສີຍຫາຍໃຫ້ຜູ້ອື່ນນັ້ນ
ຈະຖືກລົງໂທດຕັດອິດສະລະພາບແຕ່ 3 ເດືອນ ຫາ 6 ເດືອນ ແລະ ຈະຖືກປັບໃໝແຕ່ 3.000.000 ກີບ ຫາ 10.000.000 ກີບ.
ດັ່ງນັ້ນ, ພວກເຮົາຂໍເຕືອນບ່າວ-ສາວທັງຫຼາຍໃຫ້ລະມັດລະວັງກັນຕື່ມກ່ຽວກັບການລັກກວດແຊັດ ຫຼື ຂໍ້ຄວາມໃນໂທລະຊັບແຟນຂອງຕົນເພາະວ່າ ທ່ານອາດກະທຳຄວາມຜິດຢູ່ກໍເປັນໄປໄດ້.
