ສຸດເສົ້າ …! ຄົນປະເທດມຽນມາ ລັກຂ້າມມາປະເທດລາວ ໂຊກຮ້າຍເຮືອຫຼົ້ມກາງນໍ້າຂອງຕ າ ຍ 8 ຄົນ.
MGR Online ລາຍງານເມື່ອເວລາ 02:30ໂມງ ຂອງວັນອັງຄານທີ 9 ພະຈິກ 2021 ມີຄົນມຽນມາ 19 ຄົນລັກລອບນັ່ງເຮືອຂ້າມນໍ້າຂອງຈາກບໍລິເວນທ່າຂີ້ເຫຼັກ ລັດສານ ປະເທດມຽນມາ ຫວັງຂ້າມມາຊອກວຽກເຮັດທີ່ປະເທດລາວ ໂດຍຈຸດທີ່ຂື້ນເຮືອຫ່າງຈາກສາມຫຼ່ຽມທອງປະມານ 20 ກິໂລແມັດ ປາກົດວ່າເຮືອອອກຈາກຝັ່ງໄປບໍ່ພໍເທົ່າໃດ ໂຊກຮ້າຍເກີດອຸບັດຕິເຫດເຮືອຫຼົ້ມກາງແມ່ນໍ້າຂອງ ເຮັດໃຫ້ຄົນຢູ່ໃນເຮືອຈົມຫາຍໄປກັບສາຍນໍ້າ.

ຕໍ່ກັບເຫດການດັ່ງກ່າວ ຕຳຫຼວດນໍ້າທ່າຂີ້ເຫຼັກຈື່ງໄດ້ລະດົມກຳລັງອອກຊ່ວຍເຫຼືອ ຕໍ່ມາໄດ້ພົບກັບຄົນມຽນມາ 11 ຄົນ ຫຼົບລີ້ຢູ່ໃນປ່າໝາກເງາະຝັ່ງທ່າຂີ້ເຫຼັກ ໃນນີ້ເປັນຊາຍ 8 ຄົນ ແລະ ຍິງ 3ຄົນ ພ້ອມທັງພົບສົບເພດຍິງລອຍມາເກີຍຝັ່ງ 1 ສົບ ສ່ວນທີ່ເຫຼືອ 7 ຄົນຍັງຫາບໍ່ເຫັນ.
ຈາກການສອບສວນໄດ້ຮູ້ວ່າທັງໝົດລັກລອບເດີນທາງຈະໄປຊອກວຽກເຮັດທີ່ປະເທດລາວ ຍອມຈ່າຍຄ່ານາຍໜ້າ 8,750,000 ກີບເພື່ອເດີນທາງຂ້າມປະເທດໃນຕອນສວຍເວລາ 13:25 ຂອງວັນທີ 11 ພະຈິກ 2021 ໄດ້ພົບສົບລອຍມາຕິດຝັ່ງ 2 ສົບ ສ່ວນອີກ 5 ຄົນເຈົ້າໜ້າທີ່ຄາດວ່າອາດຈະເສຍຊີວິດທັງໝົດແລ້ວ.
ທີ່ມາ.
