ມື້ນິສິມາແຊປະສົບການຕິດໂ ຄ ວິ ດ

ມື້ນິສິມາແຊປະສົບການຕິດໂຄວິດ ເພາະເຮົາກະປ້ອງກັນສຸດໆແລ້ວບໍ່ໄດ້ໄປໃສແລະທຸກມື້ນີ້ເຮົາບໍ່ຮູ້ເລີຍວ່າພະຍາດມັນມາຈາກໃສ ທຳອິດຜົວມີໄຂ້ແລະໄອ

ຈາກນັ້ນຂ້ອຍກະເລີ້ມມີໄຂ້ ແລະຕັດສິນໃຈໄປກວດດ່ວນເສຍເງິນ80,000ກີບໂຮງໝໍ103ລໍຖ້າປະມານ15ນາທີໝໍກະເອີ້ນຜົນເປັນບວກແລະໝໍກະບອກວ່າລະສະເພາະກິດຈະໂທຫາເດີ ພວກຂ້ອຍກະກັບບ້ານ ເກັບເຄື່ອງຂອງອອກໄປຢູ່ສວນດ່ວນ

ຂ້ອຍມີອາການໄຂ້ແຕ່ສອງມື້ແລກລະມີເສມຫະເທົ່ານັ້ນກາຍນັ້ນອາການປົກະຕິແລະຕອນນັ້ນຄິດວ່າສິປົວກັນເອງຊື້ອົກຊີ້ຊື້ອົກຊີແມັດໄວ້ແທກ(ຖ້າໃຜມີໂຕນີອາການບໍ່ໜັກສາມາດກັກໂຕເອງປົວໂຕເອງໄດ້ເລີຍ)ຕໍ່ມາອາການຜົວແຫ່ງໜັກຂຶ້ນຫັນໃຈຝືດເມື່ອຍແທກກະຫຼຸດເກນ ຮົມຢາກິນຢາກະເອົາບໍ່ຢູ່ ເລີຍຕັດສິນໃຈ ໂທຫາສະເພາະກິດ ໃຫ້ມາຮັບດ່ວນ ທຳອິດເພິ່ນມາຮັບໄປສູນ ດາວເຮືອງ

ເພື່ອລົງຊື່ເຂົ້າສູນແຕ່ບໍ່ໄດ້ພາກັນນອນຫັ້ນແລະພົວພັນໄປໂຮງໝໍເພາະອາການຜົວໜັກແຮງ(ທຸກຢ່າງຕ້ອງໄດ້ພົວພັນເອງບໍ່ວ່າຈະເປັນສະຖານທີ່ຫຼືລົດຮັບສົ່ງເພາະແພດໝໍບໍ່ມີເວລາມາຕິດຕາມອາການເຮົາເພາະຄົນເຈັບກະຫຼາຍ)ຈາກນັ້ນລົດມາຮັບໄປໂຮງໝໍ103ພໍໄປຮອດເພິ່ນກະຫີບເອົາຢາໃຫ້ກິນກັບມາໃສ່ນໍ້າໃຫ້ເອົາອົກຊີ້ມາໃສ່ໃຫ້ຜົວ ຄືນນັ້ນຖືວ່າໄດ້ນອນ103ແລະພາວະນາໃຫ້ຜົນກວດລູກເປັນລົບ ຕື່ນເຊົ້າມາ

ເພິ່ນໂທມາແຈ້ງ ລູກຂ້ອຍ3ຄົນຖືເຊື້ອທຸກຄົນບໍ່ຢາກບັນຍາຍຄວາມຮູ້ສຶກຕອນນັ້ນເລີຍວ່າເປັນແນວໃດທັງຜົວອາການໜັກແນ່😭ຂ້ອຍກັ້ນໃຈສູ້ພະຍາຍາມຄິດວ່າຄັນຂ້ອຍບໍ່ແຂງແຮງໃຜສິເບິ່ງຜົວກັບລູກ ເມື່ອຍປານໄດທໍ້ປານໄດກະໄດ້ອົດເອົາຄິດແຕ່ວ່າກູສິຂໍສູ້ຕາຍກັບມຶງບັກໂຄວິດ😠😠

ເຊົ້າຕໍ່ມາ ໄດ້ພົວພັນ ເພິ່ນເພື່ອໃຫ້ໄດ້ກັກໂຕກັບລູກລະກະຖ້າເພິ່ນມາຮັບຂ້ອຍລະກະໄປຮັບລູກກັບຫຼານຄົນ1ລວມເປັນ6ຄົນເພື່ອໄປສົ່ງຢູ່ສູນຫຼັກ27 ຫຼັງຈາກຮອດແລ້ວເພິ່ນກະກຽມທີ່ຢູ່ໃຫ້ ນອນນີ້ຄືນທຳອິດລູກມີໄຂ້ຕອນເດິກກະເອົາຢາໃຫ້ກິນຮັກສາຕາມອາການຜົວຍັງເມື່ອຍເອີ້ນຫາໝໍເພິ່ນກະຫີບນຸ່ງຊຸດເພື່ອເອົາອົກຊີກັບຢາມາໃຫ້ຕ້ອງຂອບໃຈທ່ານໝໍທຸກຄົນຫຼາຍໆ🙏🙏

ມື້ຕໍ່ມາອາການເລີ້ມດີຂຶ້ນເລື້ອຍຯ ຈົນຮອດປັດຈຸບັນບໍ່ມີໃຜມີໄຂ້ເລີຍ ມີພຽງແຕ່ໄອເລັກນ້ອຍກັບເສມຫະ ຢູ່ນີ້ເພິ່ນເບິ່ງແຍງຄົນໄຂ້ດີຫຼາຍ ມີອາຫານເຊົ້າ ສວຍ ແລງໃຫ້ທຸກຄົນ ພາກັນອອກກຳລັງກາຍເພາະອາກາດໂລ່ງດີຍາມແລງ ຂ້ອຍຢູ່ນີ້ໄດ້ຄືນທີ8ແລ້ວ

ກະຖາມໝໍວ່າຕ້ອງເຮັດແນວໄດແດ່ເພິ່ນກະແນະນຳໃຫ້ກິນຢາຕາມອາການບໍ່ໃຫ້ກິນໂລເລມັນແພ້ຕໍ່ຮ່າງກາຍເຮົາມີແຕ່ໃຫ້ກັກໂຕຈົນຮອດ14ມື້ເລີ້ມຈາກມື້ຮູ້ຜົນກວດ.ຄົບ14ມື້ເຊື້ອໃນຮ່າງກາຍເຮົາມັນກໍ່ຈະຕາຍເອງແລະບໍ່ສາມາດແພ່ເຊື້ອໄດ້ລະກະກັບບ້ານໄປກັກໂຕຕື່ມອີກ14ມື້ແລະກະໃຊ້ຊີວິດປົກະຕິໄດ້ສຸດທ້າຍຕ້ອງຂໍຂອບໃຈ

ພີ່ນ້ອງໝູ່ຄູ່ທຸກຄົນທີ່ຊ່ວຍກັນຍາມຍາກເອົາເຄື່ອງເອົາອາຫານທຽວມາສົ່ງໃຫ້ກິນເດີ🙏🙏🙏ຂອບໃຈຫຼາຍໆ☺️☺️☺️ຂໍໃຫ້ທຸກຄົນປອດໄພຜ່ານພົ້ນວິກິດນີ້ໄປພ້ອມກັນ

ຊົມຄິຼິບ.

ທີ່ມາ

Related Posts

Leave a Reply

Your email address will not be published. Required fields are marked *