ໜ້າເຫັນໃຈ..!!!ລຸງໄວ63ປີ ຄົບສາວໄວ27ປີ ຜ່ານທາງເຟສບຸກ ໂອນເງິນໃຫ້ຫຼາຍແສນແຂນບໍ່ໄດ້ບາຍ

ລຸງໄວ63ປີ ຄົບສາວໄວ27ປີ ຜ່ານທາງເຟສບຸກ ໂອນເງິນໃຫ້ຫຼາຍແສນແຂນບໍ່ໄດ້ບາຍ

ລຸງເຈັກເລົ່າວ່າ ຕົນບໍ່ເຄີຍມີເມຍແລະບໍ່ເຄີຍມີຮັກແທ້ມາກ່ອນ ເພາະຕອນຍັງໜຸ່ມມຸ່ງໜ້າຫາແຕ່ເງິນ ພໍມາຮູ້ສຶກຕົວກະເຖົ້າແລ້ວກໍ່ຢາກມີູກເປັນຂອງຕົນເອງ. ເລີຍຫາຄົບສາວໆອາຍຸປະມານ 25-30ປີ ຕັ້ງແຕ່ປີ 2020ເປັນຕົ້ນມາລຸງກໍ່ໄດ້ຄົບກັບຜູ້ສາວປະມານ 15ຄົນແລ້ວ ແຕ່ທີ່ຜ່ານມາກໍ່ຖືກຕວົະຕະຫຼອດ.

ແຕ່ກໍ່ບໍ່ເສຍເງິນຫຼາຍປານນີ້ ສຳລັບສາວເອ ນີ້ລຸງໄດ້ຮູ້ຈັກຜ່ານເຟສບຸກແລະໄດ້ຄົບຫາກັນພຽງ 5 ເດືອນບໍ່ເຄີຍແຕະຕ້ອງແມ່ນແຕ່ປາຍເລັບ, ນາງ ເອ ຈະໃຫ້ໂອນເງິນໃຫ້ຕວົະວ່າແມ່ບໍ່ສະບາຍລຸງກໍ່ໂອນເງິນໃຫ້ເທື່ອລະໝື່ນບາດ ແລະ ຫຼາຍເທື່ອກໍ່ເປັນຫຼາຍແສນບາດ ຈົນລ່າສຸດແມ່ນສາວເອ ວ່າຢາກຈະແຕ່ງງານນຳລຸງເຈັກແລະໄດ້ນັດພົບກັນ.

ນາງເອ ມາຫາລຸງພ້ອມກັບຜູ້ຍິງຄົນໜຶ່ງແລະໄດ້ຕວົະວ່າແມ່ນປ້າ, ແລະ ໄດ້ມາພັກຢູ່ເຮືອນນຳລຸງປະມານ 4ມື້ ຈົນມາຮອດວັນທີ່ 8/11/2021 ລຸງມາເບິ່ງບັນຊີຕົນເອງຈຶ່ງຮູ້ວ່າ ນາງເອ ໄດ້ລັກເອົາໂທລະສັບຂອງລຸງໂອນເງິນເຂົ້າບັນຊີຕົນເອງແລະບັນຊີພີ່ນ້ອງ ລຸງເລີຍເຂົ້າແຈ້ງຄວາມກັບຕຳຫຼວດ ຫຼ້າສຸດກໍ່ໄດ້ເງິນມາຄືນບາງຈຳນວນແດ່ແລ້ວ.

ຢ່າງໃດກໍ່ຕາມລຸງ ເຈັກ ຍັງເລົ່າອີກວ່າ:ຕອນນີ້ກໍ່ຍັງບໍ່ທັນລົ້ມເລີກຄວາມຕັ້ງໃຈທີ່ຢາກຈະມີພັນລະຍາ ຍັງຈະຮັບສະໝັກຢູ່ແຕ່ຂໍໃຫ້ມາດ້ວຍຄວາມຈິງໃຈ ໂດຍບອກວ່າພ້ອມຈະຖວາຍຊີວິດໃຫ້ແລະຮັກຕະຫຼອດຊີວິດ ຖ້າມາໃຊ້ຊີວິດຢູ່ນຳກັນກໍ່ຍິນດີພ້ອມເປີດເຜີຍວ່າ

ເຖິງຕອນນີ້ເງິນບັນຊີຍັງເຫຼືອພຽງ 240ບາດແຕ່ກໍ່ຍັງເລືອຊັບສິນອັນອື່ນຫຼາຍຢູ່. ເຫດການນີ້ແມ່ນເກີດຂຶ້ນ

Related Posts

Leave a Reply

Your email address will not be published. Required fields are marked *