ໂຄວິດ ເປັນເຊື້ອທີ່ສາມາດຕິດຕໍ່ໄດ້ໄວ ແລະ ປັດຈຸບັນຍິ່ງມີຫຼາຍສາຍພັນເກີດຂຶ້ນ ມີບາງສາຍພັນທີ່ຕິດໄດ້ແບບງ່າຍດາຍໂດຍທີ່ເຮົາບໍ່ອາດຄາດຄິດເປັນຕົ້ນແມ່ນສາຍພັນເດວຕ້າທີ່ກຳລັງແຜ່ລະບາດ ໃນທົ່ວໂລກ ລວມທັງລາວເຮົາ ແຕ່ຍັງມີປະຊາຊົນຈຳນວນບໍ່ນ້ອຍທີ່ໄດ້ຮັບການສັກວັກຊິນໃນການປ້ອງກັນໄປແລ້ວ ແລະອາດມີຄວາມເຂົ້າໃຈຄາດເຄື່ອນວ່າສັກວັກຊິນແລ້ວຈະບໍ່ຕິດໂຄວິດອີກ.

ວັນທີ 31 ສິງຫາ ປີ 2021 ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ກ່າວວ່າ: ໃນປັດຈຸບັນ ຍັງມີຫຼາຍຄົນຍັງເຂົ້າໃຈຜິດວ່າ ຖ້າສັກວັກຊິນແລ້ວ ແມ່ນບໍ່ຈໍາເປັນຕ້ອງປະຕິບັດມາດຕະການຫຍັງເລີຍ ສຳລັບຈຸດນີ້ ແມ່ນຢາກໃຫ້ພວກເຮົາມາທໍາຄວາມເຂົ້າໃຈນໍາກັນວ່າ ການສັກວັກຊີນ ແມ່ນ ການເຮັດໃຫ້ຮ່າງກາຍສ້າງພູມຄຸ້ມກັນ ເພື່ອປ້ອງກັນພະຍາດ ພ້ອມຫຼຸດຜ່ອນຄວາມຮ້າຍແຮງ ເມື່ອຕິດພະຍາດ ແຕ່ວ່າຍັງສາມາດ ຕິດ ແລະ ແຜ່ເຊື້ອ ພະຍາດໂຄວິດ-19 ນີ້ໄດ້ ໂດຍສະເພາະແມ່ນສາຍພັນເດວຕ້າ ທີ່ກໍາລັງເກີດຂື້ນໃນຫຼາຍປະເທດ ລວມທັງ ສປປ ລາວ ຂອງພວກເຮົາ.

ດັງນັ້ນແລ້ວ ຖ້າຫາກບຸກຄົນໃດທີ່ສັກວັກຊິນຄົບໂດສແລ້ວຕາມກຳນົດ ກໍ່ຕ້ອງມີການປະຕິບັດຕາມມາດຕະການທີ່ຄະນະສະເພາະກິດໄດ້ວາງອອກ ຄືກັບຄົນທົ່ວໄປ ແລະ ໃຫ້ຄິດສະເໝີວ່າ ຕົວເຮົາເອງອາດ ແຜ່ເຊື້ອໄປສູ່ຄົນອື່ນ ນັ້ນໝາຍຄວາມວ່າ ທຸກຄົນມີໂອກາດຕິດເຊື້ອໄດ້ທຸກເມື່ອຖ້າຂາດການປະຕິບັດມາດຕະການປ້ອງກັນຕາມທີ່ຄະນະສະເພາະກິດວາງອອກ.

ຢ່າເຂົ້າໃຈຜິດວ່າ ສັກວັກຊິນໂດສແລ້ວຈະປອດໄພບໍ່ຕິດໂຄວິດ.
