ລະດູໜາວແລ້ວຄວນຮູ້ໄວ 3 ພະຍາດ ທີ່ມັກເກີດໃນລະດູໜາວ(ໂດຍສະເພາະເດັກນ້ອຍ) ຄວນປ້ອງກັນຄືແນວໃດແດ່?

ມີ 3 ພະຍາດທີ່ມັກເກີດຂຶ້ນໃນລະດູໜາວ ໂດຍສະເພາະມັກເກີດຂຶ້ນກັບເດັກນ້ອຍອາຍຸຕໍ່າກວ່າ 5 ປີລົງມາແຕ່ກໍ່ສາມາດປ້ອງກັນໄດ້ພຽງແຕ່ຮັກສາຮ່າງກາຍໃຫ້ອົບອຸ່ນ,ບໍ່ກິນອາຫານທີ່ມີຄວາມເຢັນ ແລະ ອອກກຳລັງກາຍຢ່າງສະໝໍ່າສະເໝີ.

ທ່ານ ດຣ ນາງ ສຸກຊາດາ ນະລົງສັກ ຮອງຫົວໜ້າຫ້ອງການບໍລິຫານວິຊາການໂຮງໝໍຈຳປາສັກ ໄດ້ໃຫ້ຄຳແນະນຳກ່ຽວກັບວິທີການຮັກສາສຸຂະພາບໃນລະດູໜາວວ່າ: ພະຍາດທີ່ມັກເກີດຂຶ້ນໃນລະດູໜາວມີຢູ່ 3 ພະຍາດຄື:

ໄຂ້ຫວັດ, ອັກເສບຮູຄໍ ແລະ ອັກເສບປອດ. ໂດຍພະຍາດດັ່ງກ່າວມັກເກີດຂຶ້ນນຳເດັກນ້ອຍທີ່ມີອາຍຸຕໍ່າກວ່າ 5 ປີລົງມາ ທີ່ມັກກິນອາຫານເຢັນເຊັ່ນ:ນ້ຳເຢັນ,ນ້ຳກ້ອນ,ກະແລັມ ແລະ ການນຸ່ງເຄື່ອງບາງເຮັດໃຫ້ຮ່າງກາຍບໍ່ອົບອຸ່ນພາໃຫ້ເກີດພະຍາດດັ່ງກ່າວງ່າຍ. ຊຶ່ງອາການຂອງຜູ້ເປັນພະຍາດຈະມີໄຂ້,ມີນ້ຳມູກຍ້ອຍ,ຈາມ ແລະ ໄອ ເຮັດໃຫ້ອັກເສບຮູຄໍ,

ຖ້າຮ້າຍແຮງໄປກວ່ານັ້ນ ມັນຈະລາມລົງໄປໃສ່ປອດເຮັດໃຫ້ປອດອັກເສບ ເຊິ່ງຈະຍິ່ງເພີ່ມອາການໄອ ແລະ ໄຂ້ບໍ່ລົງ, ຂີ້ມູກເປັນສີຂຽວເຮັດໃຫ້ເດັກນ້ອຍເຫງົາ ຫັນໃຈມີສຽງດັງ, ຖ້າພົບເຫັນອາການດັ່ງກ່າວຕ້ອງຮີບພາມາພົບແພດດ່ວນເພື່ອທຳການປິ່ນປົວ.

ທ່ານ ດຣ ນາງ ສຸກຊາດາ ນະລົງສັກ ໃຫ້ຮູ້ຕື່ມວ່າ: ສຳລັບພະຍາດໃນລະດູໜາວເຖິງວ່າຈະບໍ່ມີກໍລະນີຜູ້ເສຍຊີວິດ ແຕ່ກໍ່ສາມາດສ້າງຄວາມຫຍຸ້ງຍາກໃນການດຳລົງຊີວິດ ແລະ ຊິ້ນເປືອງຄ່າໃຊ້ຈ່າຍ ດັ່ງນັ້ນເພື່ອຫຼີກເວັ້ນບໍ່ໃຫ້ເກີດພະຍາດດັ່ງກ່າວ

ທຸກຄົນສາມາດຮັກສາສຸຂະພາບໄດ້ງ່າຍໆບໍ່ຫຍຸ້ງຍາກ ພຽງແຕ່ທ່ານອອກກຳລັງກາຍຢ່າງສະໝໍ່າສະເໝີຢ່າງໜ້ອຍ ປະມານ 20-30 ນາທີຕໍ່ວັນຂຶ້ນໄປ ຫຼື ຢ່າງໜ້ອຍ 4 ວັນຕໍ່ອາທິດ.

ເຊິ່ງມັນຊ່ວຍເຮັດໃຫ້ຮ່າງກາຍຂອງຄົນເຮົາມີພູມຕ້ານທານສູງຕໍ່ພະຍາດ ແລະ ທີ່ສຳຄັນໃນລະດູໜາວບໍ່ຄວນກິນອາຫານທີ່ເຢັນ, ຄວນກິນອາການທີ່ມີປະໂຫຍດ ແລະ ຕ້ອງຮັກສາຮ່າງກາຍໃຫ້ອົບອຸ່ນຢູ່ສະເໝີ.

Related Posts

Leave a Reply

Your email address will not be published. Required fields are marked *