ຄຳຂໍສຸດທ້າຍກ່ອນຫມົດລົມຫາຍໃຈ ຈາກໃຈຜູ້ເສຍຊີວີດ.

ຄຳຂໍສຸດທ້າຍກ່ອນຫມົດລົມຫາຍໃຈ ຈາກໃຈຜູ້ເສຍຊີວີດ.

ທ້າວແສງ ອາຍຸ56ປີ ອາຊີບ ພະນັກງານ ລປພ ປ່ວຍເປັນລໍາໃສ້ ປະຈຸບັນເສຍຊີວີດແລ້ວ ກ່ອນຕາຍເພີ່ນຂໍໄວ້ວ່າຊ່ວຍແບ່ງເບົາພາລະຊ່ວຍເມຍຂະນ້ອຍດ້ວຍເທີດ 🙏🏻🙏🏻🙏🏻

ດ້ວຍເພີ່ນສົງສານເມຍເພີ່ນແຮງ ທີ່ພາເມຍແລະລູກມາລຳບາກ ແຕ່ງງານກັນຕອນເຖົ້າໃນບັນປາຍຊີວີດ
ສ່ວນເມຍຊື່ນາງສັ້ນ ອາຍຸ45ປີ ປະຈຸບັນຢູ່ບ້ານນາໄຫ ປ່ວຍເປັນມະເຮັງເຕົ້ານົມ ມີລູກນຳກັນສອງຄົນ ລູກກະຍັງນ້ອຍຜູ້ໜື່ງ4ປີອີກຄົນ5ປີ

ລຳພັງທ້າວແສງເອງກໍ່ເປັນຄົນປ່ວຍທີ່ສະມາຄົມເຮົາອຸບປະຖຳຊ່ວຍເຫຼືອຍ້ອນສົງສານຊີວີດສຸດຫາທາງອອກບໍ່ໄດ້ແນມໄປທາງໃດກະມືດບອດ ແຖມດີນທີ່ຢູ່ອາໃສກ່ລ້ວນແຕ່ແມ່ນຂໍເພີ່ນຢູ່ອາໃສ

ກ່ອນເສຍຊີວີດເພີ່ນເລີຍຮ້ອງຂໍຝາກຄວາມເຫັນໃຈຂໍໄຫ້ຊ່ວຍ ຊ່ວຍຈັດງານສົບແລະຊ່ວຍດູຕົນລູກເມຍເພີ່ນດ້ວຍ

ຊ່ວຍບໍລິຈາກຊ່ວຍເຫຼືອເມຍເພີ່ນເພາະທັງສາມຄົນທີ່ຍັງມີຊີວີດບໍ່ມີທີ່ພືງພາອາໃສເເລ້ວ ຜ່ານມາມີແຕ່ຜົວຄອຍຫາເເລະດູແລ

ສະນັ້ນຂໍວອນຜູ້ໃຈດີມີເມດຕາຊ່ວຍເຫຼືອຄອບຄົວນີ້ດ້ວຍ ຂໍໃຫ້ຜູ້ເປັນເເມ່ເປັນເມຍປະຄອງຊີວີດຢູ່ດູແລລູກນ້ອຍໃຫ້ນານທີ່ສຸດເທົ່າທີ່ຈະນານໄດ້ ຕາມຄວາມຮ້ອງຂໍທ້າວແສງກ່ອນຕາຍ ສະນັ້ນຈື່ງຂໍຄວາມເຫັນໃຈເເລະເມດຕາຊ່ວຍຄ່າໂລງແລະຊ່ວຍເຫຼືອນາງສັ້ນມີຊີວີດຢູ່ຕໍ່ອີກຊ່ວຍຊີວີດຄອບຄົວນີ້ດ້ວຍເທີດ 🙏🏻🙏🏻🙏🏻

ທ່ານສາມາດສົບທົບຊ່ວຍເຫຼືອ
ຜ່ານຊ່ອງທາງ ບັນຊີສະມາຄົມ ບັນເທົາທຸກ ນະຄອນຫຼວງ

ທີ່: ເລກບັນຊີ ທະນາຄານການຄ້າ ຕ່າງປະເທດລາວ

THE ASSOCIATION OF ASSISTANCE AND RELIEF VIENTIANE CAPITAL
010120001940404001 ກີບ

ໂທລະສັບສອບຖາມຂໍ້ມູນເພີ່ມເຕີມ 02054000089

02197075327ເບີນາງສັ້ນເມຍຜູ້ເສຍຊີວີດ

Related Posts

Leave a Reply

Your email address will not be published. Required fields are marked *