ຟ້າວອ່ານ ຂາຍເຄື່ອງຢູ່ສູນກັກກັນ ໂພນໂຮງແຈ້ງຫ້າມເດັດຂາດ

ໃນວັນທີ 12 ສິງຫາ 2021 ໄດ້ມີແຈ້ງການຈາກຫ້ອງການເມືອງໂພນໂຮງ ແຂວງວຽງຈັນເຖິງປະຊາຊົນ ເປັນຕົ້ນແມ່ນ ບ້ານ ນ້ໍາລິນ, ບ້ານໂພນໂຮງ, ບ້ານ ໂພນສີໃຕ້ ແລະ ທຸກໆບ້ານ ຫ້າມບໍ່ໃຫ້ ພໍ່ຄ້າ,ແມ່ຄ້າ ພາຍໃນເມືອງໂພນໂຮງນໍາເຄື່ອງ ໄປຂາຍຢູ່ສູນຢູ່ກັກກັນ ແລະ ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ 19 ຢູ່ເມືອງໂພນໂຮງ.

ຕາມການແຈ້ງເລກທີ 70/ຫວກ.ພຮ ລົງວັນທີ 12 ສິງຫາ ແລະ ຄໍາສັ່ງເລກທີ 15/ນຍ ລົງວັນທີ 21 ເມສາ 2021 ວ່າດ້ວຍ: ການເພີ່ມທະວີສະກັດກັ້ນ ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ 19.

ຫ້ອງວ່າການເມືອງໂພນໂຮງຂໍແຈ້ງໃຫ້ທ່ານ ຊາບວ່າ: ເມືອງໂພນໂຮງພວກເຮົາໄດ້ມີສູນ ກັກກັນ ແລະ ປິ່ນຝົນຜູ້ຕິດເຊື້ອພະຍາດໂດລິດ 19 ເຊິ່ງຕັ້ງຢູ່ບ້ານ ນໍ້າລິນ ເມືອງ ໂພນໂຮງ ແຂວງ ວຽງຈັນ ດັ່ງນັ້ນເພື່ອປ້ອງກັນ, ສະກັດກັ້ນການແຜ່ລະບາດຂອງເຊື້ອ ພະຍາດໄຄວິດ 19 ນັ້ນ ຫ້ອງວ່າການເມື່ອງຈີ່ງຂໍ ແຈ້ງການໃຫ້ພໍ່ແມ່ ປະຊາຊົນ ໂດຍສະເພາະແມ່ຄ້າຊາວຂາຍ ບ້ານ ນ້ໍາລິນ, ບ້ານ ໂພນໂຮງ ບ້ານ ໂພນຫມີໃຕ້ ແລະ ບ້ານ ອື່ນໆ.

ຫ້າມເດັດຂາດ ບໍ່ໃຫ້ ມາຂາຍເຄື່ອງ ແລະ ມາສົ່ງເຄື່ອງອຸປະໂພກ ບໍລິໂພກຕ່າງໆ ຢູ່ສູນ ກັກກັນຜູ້ຕິດເຊື້ອພະ ຍາດໂຄວິດ ດັ່ງກ່າວ, ເພາະຈະມີຄວາມສ່ຽງ ຕໍ່ການຕິດເຊື້ອ ພະຍາດໂຄວິດ ແລະ ຈະແຜ່ລາມໄປສູ່ຊຸມຊົນຖ້າ ຫາກບ້ານໃດ ຫຼື ຜູ້ໃດຍັງຝ່າຝືນບໍ່ປະຕິບັດ ຕາມການແຈ້ງການສະບັບນີ້ ແມ່ນຈະຖຶກປະຕິບັດວິໃນ ຕາມລະບຽບ ກົດຫມາຍ.ດັ່ງນັ້ນ, ຈື່ງໄດ້ແຈ້ງ ມາຍັງ ທຸກພາກສ່ວນເພື່ອ ຮັບຊາບ ແລະ ພ້ອມກັນປະຕິບັດ ຕາມແຈ້ງການ ສະບັບນີ້ຢ່າງເຂັ້ມງວດ.

Related Posts

Leave a Reply

Your email address will not be published. Required fields are marked *