ດ່ວນ..!!ອຸຕຸແຈ້ງ ອາທິດນີ້ອາກາດຈະເຢັນລົງສຸດໆ ກຽມເສື້ອກັນໜາວໄວ້ເດີ້

ເຖິງເວລາ 7:00 ໂມງເຊົ້າວັນທີ 09/11/2021 ມວນອາກາດເຢັນທີ່ປະເທດຈີນ ຍັງຈະແພ່ລົງມາປົກຄຸມຢູ່ທົ່ວທຸກ ພາກຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ ສົມທົບກັບກະແສ ລົມຕາເວັນອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມ ເຊິ່ງຈະເຮັດໃຫ້ອາກາດເຢັນຢູ່ທົ່ວໄປໃນຕອນເຊົ້າ ແລະ ອາກາດຍັງຈະໜາວເຢັນຢູ່ເຂດພາກ ເໜືອດ້ານຕາເວັນອອກ ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ແລະ ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖິ່ນ.

ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດຈະເຢັນ ຫາ ໜາວເຢັນ ແລະຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30% ຂອງພາກ, ອຸນຫະພູມ ໃນລະຫວ່າງ 14-28 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ ທົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລືອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 30% ຂອງພາກ, ອຸນຫະພູມໃນລະຫວ່າງ 17-32 ອົງສາ.

ນະຄອນຫລວງວຽງຈັນ: ອາກາດເຢັນໃນຕອນເຊົ້າ ພ້ອມມີລົມພັດແຮງ ຢູ່ບາງບໍລິເວນ ອຸນຫະພູມໃນລະຫວ່າງ 22-33 ອົງສາ. ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນໃນຕອນເຊົ້າ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 20% ຂອງພາກ, ອຸນຫະພູມໃນລະຫວ່າງ 18-33 ອົງສາ.

ແຂວງໄຊສົມບູນ: ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມໃນ ຕອນເຊົ້າ ແລະ ຈະມີລົມພັດແຮງເປັນບາງໂອກາດ ອຸນຫະພູມໃນລະຫວ່າງ 13-26 ອົງສາ. ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດເຢັນໃນຕອນເຊົ້າ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 20% ຂອງພາກ, ອຸນຫະພູມໃນລະຫວ່າງ 22-33 ອົງສາ.

ເຂດພູພຽງບໍລະເວນ: ອາກາດໜາວເຢັນ ແລະ ຈະມີຝົນຕົກໃນລະ ດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ ຫລື ເນື້ອທີ່ ການປົກຫຸ້ມຂອງຝົນເທົ່າກັບ 20%, ອຸນຫະພູມໃນລະຫວ່າງ 12-25 ອົງສາ.

Related Posts

Leave a Reply

Your email address will not be published. Required fields are marked *