ອັດຕະປື ເດັດຂາດຫ້າມຂາຍຊີ້ນໝູເກີນລາຄາ 45.000 ກີບຕໍ່ກິໂລ,​ ພົບເຫັນຂາຍເກີນກຳນົດປັບໃໝ່ 1,​5​ ລ້ານກີບຕໍ່ຄັ້ງ

ອັດຕະປື ເດັດຂາດຫ້າມຂາຍຊີ້ນໝູເກີນລາຄາ
45.000 ກີບຕໍ່ກິໂລ,​ ພົບເຫັນຂາຍເກີນກຳນົດປັບໃໝ່ 1,​5​ ລ້ານກີບຕໍ່ຄັ້ງ

ວັນທີ 3 ພະຈິກ 2021 ນີ້, ພະແນກອຸດສະຫະກຳ ແລະ ການຄ້າແຂວງ ອັດຕະປື ສົມທົບກັບຫ້ອງການອຸດສະຫະກຳ ແລະ ການຄ້າເມືອງສາມັກຄີໄຊ ໄດ້ລົງຕິດຕາມ, ກວດກາ ແລະ ປັບລາຄາສິນຄ້າຕາມທ້ອງຕະຫຼາດເມືອງສາມັກຄີໄຊ ແຂວງອັດຕະປື. ເຊິ່ງນໍາໂດຍທ່ານ ພູໄຊ ວໍລະລາດ ຮອງຫົວໜ້າພະແນກອຸດສະຫະກຳ ແລະ ການຄ້າແຂວງອັດຕະປື, ມີຫ້ອງການອຸດສະຫະກຳ ແລະ ການຄ້າເມືອງສາມັກຄີໄຊ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ການລົງຕິດຕາມ, ກວດກາໃນຄັ້ງນີ້ ແມ່ນເພື່ອລົງຊີ້ນໍາ ແລະ ປັບລາຄາສິນຄ້າເປັນຕົ້ນ ສິນຄ້າປະເພດຊີ້ນໝູ, ກວດກາມາດຕະຖານຊິງຊັ່ງ (ກິໂລ) ພ້ອມໄດ້ກໍານົດລາຄາຊີ້ນໝູມີດັ່ງນີ້:

– ຊີ້ນສັນ​ (ຊີ້ນປະເພດ1) ໃຫ້ຂາຍໃນລາຄາ​45.000ກີບ/ກິໂລ.

– ຊີ້ນກ້ອນຂາ (ຊີ້ນປະເພດ1) ໃຫ້ຂາຍໃນລາຄາ 45.000 ກີບ/ກິໂລ.

– ຊີ້ນໝູສາມຊັ້ນໃຫ້ຂາຍໃນລາຄາ 40.000ກີບ/ກິໂລ.

– ກະດູກຂ້າງໃຫ້ຂາຍໃນລາຄາ 40.000 ກີບ/ກິໂລ.

– ເຄື່ອງໃນ(ຫົວໃຈ,ຕັບ)ໃຫ້ຂາຍໃນລາຄາ 40.000ກີບ/ກິໂລ.

– ຂາທັງສີ່ຂາໃຫ້ຂາຍໃນລາຄາ 35.000 ກີບ/ກິໂລ.

– ຫົວໝູໃຫ້ຂາຍໃນລາຄາ 35.000 ກີບ/ກິໂລ.

– ໃສ້ອ່ອນ+ໃສ້ແກ່ໃຫ້ຂາຍໃນລາຄາ 20.000 ກີບ/ກິໂລ.

– ກະດູກໂຄ່ງ ໃຫ້ຂາຍໃນລາຄາ 30.000 ກີບ/ກິໂລ.

– ນໍ້າມັນ+ຊີ້ນມຸ່ນ​ ໃຫ້ຂາຍໃນລາຄາ​ 20.000​ ກີບ/ກິໂລ.

ນອກຈາກນີ້ຫ້າມເດັດຂາດບໍ່ໃຫ້ຜູ້ປະກອບການລັກໂລບການຊັ່ງຜອງ ຫຼື ນໍາໃຊ້ການຊັ່ງຜອງຂອງຊິງຊັ່ງທີ່ດັດແປງໂດຍບໍ່ຖືກຕ້ອງຕາມມາດຕະການເຕັກນິກຢ່າງເດັດຂາດຫາກຜູ້ໄດລະເມີດສວຍໂອກາດຂຶ້ນລາຄາສິນຄ້າ​ (ຊີ້ນຫມູ) ເກີນທີ່ກຳນົດແມ່ນຈະໄດ້ປັບໄໝ 1.500.000 ກີບ/ຄັ້ງ,​ ສວຍໂອກາດປອມແປງຕາຊິງ​ ຫຼື​ ດັດແປງການວັດແທກທີ່ບໍ່ໄດ້ມາດຕະຖານຈະຖືກປັບໄໝ 1​ ຫາ​ 3​ລ້ານກີບ/ຄັ້ງ,​ ບໍ່ຕິດປ້າຍລາຄາເປັນສະກຸນເງິນກີບຈະມີໂທດປັບໄໝແຕ່ 500.000-1.000.000​ ກີບ/ຄັ້ງ, ຖ້າຜູ້ປະກອບການຫາກມີການລະເມີດເປັນອາຈີນແມ່ນຈະຖືກດຳເນີນຄະດີຕາມກົດຫມາຍມາດຕາ​ 147, 150 ຂອງກົດໝາຍອາຍາແລະຈະໃຫ້ຢຸດການດຳເນີນກິດຈະການທັນທີ.

ດັ່ງນັ້ນ, ຈິ່ງໄດ້ປະຊາສໍາພັນເຖິ່ງຜູ້ຊົມໃຊ້ສິນຄ້າຖ້າເຫັນວ່າທ່ານໃດມີການຂຶ້ນສິນຄ້າປະເພດຊີ້ນໝູທີ່ເກີນລາຄາທີ່ກຳນົດໄວ້ ຫຼື ມີການດັດແປງແປງຊິງຊັ່ງທີ່ບໍ່ຖືກຕາມມາດຕະກາເຕັກນິກສາມາດໂທສາຍດ່ວນ 1510 ຫລື ໄປແຈ້ງໂດຍກົງທີ່ພະແນກ ອຸດສາຫະກໍາ ແລະ ການຄ້າແຂວງ.

ຂ່າວ: ມະນີວອນ

Related Posts

Leave a Reply

Your email address will not be published. Required fields are marked *