
#ຝາກແຊຮຕໍ່ເອົາບຸນເພື່ອມີຜູ້ໃຈບຸນຊ່ວຍເດັກນ້ອຍນີ້ແດ່ເດີ່

ໜ້າຫົດຫູ່ໃຈ ຄົນອື່ນທີ່ວ່າດ້ອຍໂອກາດກໍຍັງມີຄົນຊ່ວຍເຫຼືອເປັນຕາອີຕົນເດັກນ້ອຍ3ຄົນນີ້,ໂອກາດຍັງບໍມີໃຫ້ດ້ອຍເລີຍ. ເປັນຕົນອີຕົນເດັກນ້ອຍບໍ່ຮູ້ເລື່ອງຫຍັງນຳແຕ່ເດັກນ້ອຍພັດມາຮັບເຄາະ ນຳພໍ່ແມ່.

ພໍ່ກັບແມ່ປະກັນ ຕອນນີ້ບໍຮູ້ວ່າແມ່ຢູ່ໃສບໍ່ມາເບີ່ງລູກເລີຍ.ສ່ວນຜູ້ເປັນພໍ່ແມ່ນຕິດຢາ ບໍ່ມີພາລູກໄປບໍ່ລອດຕອນນີ້ອາການຂອງຜູ້ເປັນພໍ່ເປັນແຮງແລ້ວ.ສະພາບເຮືອນຕາມທີ່ເຫັນ,

ຜູ້ເປັນພໍ່ໄດ້ມ້າງໄມ້ເຮືອນໄປຂາຍເທື່ອລະອັນສອງອັນຕອນນີ້ກໍຍັງເຫຼືອແຕ່ສະພາບທີ່ເຫັນນີ້ເດີ່ພີ່ນ້ອງເອີ່ຍຫຼັງຄາກະມ້າງອອກແລ້ວເອົາຂີ້ເຫຍື້ອເຂົ້າໃສ່ເຮືອນບ່ອນຢູ່ບ່ອນນອນ ກະເປັນສະພາບທີ່ເຫັນຂໍວອນສັງຄົມໂຊຊ່ຽວ ແລະພາກສ່ວນທີ່ກ່ຽວຂ້ອງຈົ່ງໃຫ້ຄວາມຊ່ວຍເຫຼືອເດັກນ້ອຍ3ຄົນນີ້ດ້ວຍ.

ເດັກນ້ອຍທີ່ຍັງມີອານາຄົດໄກ,ບໍຄວນມາປິດອານາຄົດໃນຈຸດນີ້ ຂໍຄວາມຊ່ວຍເຫຼືອຄົນລະໄມ້ຄົນລະມືຄົນລະທາງຄົນລະຄວາມຄິດຫາທາງອອກຊ່ວຍກັນເນາະ ເພື່ອຈະໃຫ້ເດັກນ້ອຍທັງສາມຄົນມີອານາຄົນທີ່ດີກ່ອນນີ້,ຕອນນີ້ເຂົ້າກິນກະບໍ່ມີ ໝາກເຜັດແປ້ງນົວກະບໍ່ມີປັດຈຸບັນເດັກນ້ອຍນີ້ ຢູ່ບ້ານນ້ຳຖ້ວມ ເມືອງນ້ຳບາກ ແຂວງຫຼວງ ພະບາງ.

ໃຜເຫັນແລ້ວກໍ່ຫນ້າອີຕົນເດັກ 3 ຄົນນີ້..ໃຜທາງຊ່ວຍໄດ້ກໍ່ຢືນມືຊ່ວຍເດັກ3ຄົນນີ້