ນວ”ໃນວັນທີ 6 ພະຈິກ 2021 ເວລາ 02:00 ໂມງ ພະແນກສັນຕິບານ ປກສ ເມືອງສີສັດຕະນາກ ໄດ້ລົງສົມທົບ ປກສ ກຸ່ມວັດນາກ ແລະ ອໍານາດການປົກຄອງບ້ານໂພນປ່າເປົ້າ ໄດ້ສຶກສາອົບຮົມກຸ່ມມົ້ວສຸມ, ຊຸມແຊວ, ດື່ມເຫຼົ້າ, ເບຍ ຈໍານວນ 7 ຄົນ.

ຢູ່ຫ້ອງການບໍລິສັດໄຟຟ້າແຫ່ງໜຶ່ງ ຕັ້ງຢູ່ບ້ານໂພນປ່າເປົ້າ ໜ່ວຍ 68 ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ລະເມີດຕໍ່ແຈ້ງການ ເລກທີ 40/ສພກ. ນວ ລົງວັນທີ 30 ຕຸລາ 2021 ວ່າດ້ວຍການສືບຕໍ່ເພີ່ມທະວີການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ການແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19.

ຜ່ານການກວດກາຂອງເຈົ້າໜ້າທີ່ ພົບເຫັນພວກກ່ຽວມີການຊຸມແຊວເຫຼົ້າ-ເບຍແທ້ ຈົນຮອດເວລາ 01:55 ໂມງ ຂອງວັນທີ 6 ພະຈິກ 2021
ເຊິ່ງການກະທໍາດັ່ງກ່າວ ເປັນການລະເມີດແຈ້ງການ ເລກທີ 40/ສພກ. ນວ ຂໍ້ 3.5 ຫ້າມຈັດງານລ້ຽງ ຫຼື ຊຸມແຊວທຸກຮູບແບບຢູ່ຕາມສະຖານທີ່ຕ່າງໆ.

ຂໍ້ມູນ: ປກສ ນວ