ລາວເລັ່ງສັກວັກຊິນ ເພື່ອກຽມເປີດປະເທດ ຟື້ນຟູເສດຖະກິດເທື່ອລະກ້າວ

ລາວເລັ່ງສັກວັກຊິນ ເພື່ອກຽມເປີດປະເທດ ຟື້ນຟູເສດຖະກິດເທື່ອລະກ້າວ

#News | ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ກ່າວໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ວ່າ: ລັດຖະບານຈະໄດ້ສຸມໃສ່ສັກວັກຊິນໃຫ້ປະຊາຊົນລາວ

ໃຫ້ບັນລຸຕາມເປົ້າໝາຍຮອດທ້າຍປີ 2021 ຄົບໂດສ ໄດ້ 50% ຂຶ້ນໄປ ເຊິ່ງມາຮອດວັນທີ 4 ພະຈິກ 2021 ສາມາດສັກເຂັມ 1 ໄດ້ 45,53% ແລະ ເຂັ້ມ 2 (ຄົບໂດສ) ໄດ້ 39,04 % ແລະ ໃນປີ 2022 ຄາດວ່າຈະໃຫ້ໄດ້ຫລາຍກວ່າ 80% ຂອງພົນລະເມືອງ ທັງເພີ່ມທະວີການຈັດຫາຢາວັກຊິນ,

ອຸປະກອນການແພດ ແລະ ຢາປົວ ທີ່ມີຄຸນນະພາບ ພ້ອມທັງສະຖານທີ່ກັກກັນ ຫຼື ປິ່ນປົວ (ໂຮງໝໍ, ໂຮງແຮມ, ບ້ານພັກ) ເພື່ອໃຫ້ປະຊາຊົນເຂົ້າເຖິງໄດ້ຢ່າງສະເໝີພາບ ແລະ ທົ່ວເຖິງ

ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວວ່າ: ທຸກຄົນບໍ່ສາມາດສືບຕໍ່ປິດປະຕູຂັງຕົວເອງ ໂດຍທີ່ບໍ່ທຳມາຫາກິນ, ທຳການຜະລິດ ແລະ ພັດທະນາເສດຖະກິດໄດ້. ສະນັ້ນ, ຈຳເປັນຕ້ອງໄດ້ສຶກສາອົບຮົມໃຫ້ທຸກພາກສ່ວນໃນສັງຄົມ, ຮັບຮູ້ ແລະ ເຂົ້າໃຈ, ມີການຫັນປ່ຽນຈິນຕະນາການ, ຫັນປ່ຽນແນວຄິດເກົ່າ ໄປສູ່ແນວຄິດໃໝ່, ຮຽນຮູ້ພະຍາດໂຄວິດ-19 ແລະ ຢູ່ກັບມັນໃຫ້ໄດ້ ດ້ວຍຄວາມປອດໄພ ແລະ ຮູ້ວິທີປ້ອງກັນປິ່ນປົວດ້ວຍຕົວເອງ ເປັນບັນຫາສໍາຄັນ

ສຳລັບການເປີດປະເທດນັ້ນ, ບັນດາປະເທດເພື່ອນບ້ານຈໍານວນໜຶ່ງກໍໄດ້ເລີ່ມເປີດປະເທດແລ້ວ,ດັ່ງນັ້ນ, ພວກເຮົາຕ້ອງໄດ້ຄົ້ນຄວ້າ ແລະ ກຳນົດແຜນຍຸດທະສາດ ໃນການເປີດປະເທດເທື່ອລະກ້າວ ລວມທັງການເປີດນຳໃຊ້ທາງລົດໄຟລາວ-ຈີນ ໃນເດືອນທັນວາ ທີ່ຈະມາເຖິງນີ້ ໃຫ້ແທດເໝາະກັບສະພາບຕົວຈິງ ແລະ ສອດຄ່ອງກັບມາດຕະການທີ່ສາກົນໄດ້ວາງອອກ ໃນສະພາບວິຖີຊີວິດໃໝ່

ໂດຍອີງໃສ່ຄວາມພ້ອມຂອງບັນດາຂະແໜງການ ແລະ ທ້ອງຖິ່ນ ຢູ່ປະເທດເຮົາ. ລັດຖະບານ ຈະພິຈາລະນາເປີດເປັນເທື່ອລະກ້າວ ໂດຍເລີ່ມຈາກທ້ອງຖິ່ນໃດມີຄວາມພ້ອມກ່ອນກໍຈະເປີດກ່ອນ ແລະ ກ້າວໄປເຖິງເປີດທົ່ວປະເທດ ເພື່ອແນ່ໃສ່ຟື້ນຟູເສດຖະກິດ ແລະ ເຊື່ອມໂຍງກັບພາກພື້ນ ໂດຍເນັ້ນໃສ່ເປີດການໄປມາຫາສູ່, ການລົງທຶນ ແລະ ຄ້າຂາຍນຳກັນແບບປົກກະຕິ.

ຂໍ້ມູນ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX

Related Posts

Leave a Reply

Your email address will not be published. Required fields are marked *